ຄື້ນຄວາມຮ້ອນດັນອຸນຫະພູມ ໃນຍີ່ປຸ່ນສ້າງສະຖິຕິສູງເຖິງ 41,1 ອົງສາ
ອິດທິພົນຂອງຄື້ນຄວາມຮ້ອນຍັງແຜ່ປົກຄຸມຍີ່ປຸ່ນຢ່າງໜັກ ໂດຍອຸນຫະພູມໃນວັນທີ 23 ກໍລະກົດນີ້ສູງເຖິງ 41,4 ອົງສາ ສູງທີ່ສຸດເປັນປະຫວັດສາດ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ (JMA) ອອກປະກາດສະບັບທຳອິດຂອງອາທິດນີ້ ເຕືອນໄພປະຊາຊົນເຊິ່ງອາໄສຢູ່ໃນພື້ນທີ່ເຊິ່ງມີອຸນຫະພູມສູງກວ່າ 35 ອົງສາ ເພີ່ມຄວາມລະມັດລະວັງໃນການດຳເນີນຊີວິດ, ດື່ມນ້ຳໃຫ້ຫລາຍຂຶ້ນ, ຢູ່ໃນສະຖານທີ່ມີອາກາດຖ່າຍເທ ແລະ ຫລີກເວັ້ນການຢູ່ກາງແຈ້ງເປັນເວລາດົນ ເພື່ອຫລຸດຄວາມສ່ຽງຂອງການເກີດໂຣກລົມແດດ ແລະ ສະພາບຂາດນ້ຳ.
ຂະນະດຽວກັນ, JMA ລາຍງານການວັດແທກອຸນຫະພູມສູງສຸດປະຈຳວັນທີ 23 ກໍລະກົດ ໄດ້ຢູ່ເມືອງຄຸມາກາຍະ ແຂວງໄຊຕາມະ ທີ່ຢູ່ທາງຕອນກາງຂອງເກາະຮົນຊູ ໄດ້ 41,1 ອົງສາ ທຳລາຍສະຖິຕິອຸນຫະພູມສູງທີ່ສຸດເປັນປະຫວັດສາດຂອງຍີ່ປຸ່ນ. ນອກຈາກນີ້ ອຸນຫະພູມໃນເມືອງໂອເມະ ທີ່ຕັ້ງຢູ່ທາງຕາເວັນຕົກຂອງນະຄອນຫລວງໂຕກຽວ ສູງເຖິງ 40,8 ອົງສາ ຖືເປັນເທື່ອທຳອິດໃນປະຫວັດສາດຂອງປະເທດ ໃນກໍລະນີທີ່ອຸນຫະພູມສູງສະເລ່ຍບໍລິເວນນະຄອນຫລວງໂຕກຽວ ແລະ ເຂດໃກ້ຄຽງສູງກວ່າ 40 ອົງສາ.
ທັງນີ້, ອິດທິພົນຂອງຄື້ນຄວາມຮ້ອນ ເຊິ່ງແຜ່ປົກຄຸມພື້ນທີ່ສ່ວນໃຫຍ່ຂອງປະເທດນັບແຕ່ຕົ້ນເດືອນກໍລະກົດ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 40 ຄົນ ໃນຈຳນວນນີ້ 11 ຄົນເສຍຊີວິດສະເພາະໃນວັນທີ 21 ກໍລະກົດວັນດຽວ.