ມືລະເບີດໂຈມຕີສະໜາມບິນກາບູນ ເສຍຊີວິດ 23 ຄົນ, ບາດເຈັບ 107 ຄົນ
ເຈົ້າໜ້າທີ່ອັບການິດສະຖານລາຍງານວ່າ: ມືລະເບີດຂ້າຕົວຕາຍກໍ່ເຫດໂຈມຕີບໍລິເວນທາງເຂົ້າສະໜາມບິນສາກົນກາບູນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 23 ຄົນ ແລະ ບາດເຈັບ 107 ຄົນ ທ່າມກາງປະຊາຊົນທີ່ມາລໍຖ້າຕ້ອນຮັບທ່ານ ອັບດຸລ ຣາຊິດ ດອສຕຸມ ຮອງປະທານາທິບໍດີ ກັບປະເທດຫລັງຈາກລີ້ໄພໃນຕ່າງແດນ.
ເຈົ້າໜ້າທີ່ລະດັບສູງໃນລັດຖະບານ, ຜູ້ນຳທາງການເມືອງ ແລະ ກຸ່ມຜູ້ສະໜັບສະໜູນ ກຳລັງທະຍອຍເດີນທາງອອກຈາກສະໜາມບິນ ພາຍຫລັງໃຫ້ການຕ້ອນຮັບຜູ້ນຳຊາວອຸຊເບກຂະນະທີ່ລະເບີດເກີດຂຶ້ນ. ໂຄສົກຖະແຫລງວ່າ: ທ່ານ ດອສຕຸມ ເຊິ່ງແຕ່ງກາຍແບບຕາເວັນຕົກ ແລະ ໃສ່ຕາເດີນທາງໄປດ້ວຍລົດຫຸ້ມເກາະ ແລະ ບໍ່ໄດ້ຮັບອັນຕະລາຍ ພາຍຫລັງອາໄສຢູ່ຕວກກີມາແຕ່ປີ 2017. ໂຄສົກສຳນັກງານຕຳຫລວດກາບູນຖະແຫລງວ່າ: ມີຜູ້ເສຍຊີວິດ 23 ຄົນ, ບາດເຈັບ 107 ຄົນ ໂດຍ 9 ຄົນໃນຈຳນວນຜູ້ເສຍຊີວິດເປັນເຈົ້າໜ້າທີ່ຄວາມໝັ້ນຄົງ ແລະ ຕຳຫລວດຈະລາຈອນ, ກຸ່ມລັດອິສລາມ (IS) ຖະແຫລງຜ່ານທາງສຳນັກຂ່າວອາມັກອ້າງວ່າເປັນຜູ້ກໍ່ເຫດໂຈມຕີ. ໂຄສົກກະຊວງປ້ອງກັນປະເທດຖະແຫລງວ່າ: ມືລະເບີດຍ່າງມາ, ສ່ວນຜູ້ເຄາະຮ້າຍມີທັງພົນລະເຮືອນ, ເດັກນ້ອຍ ແລະ ກອງກຳລັງຮັກສາຄວາມໝັ້ນຄົງ.