ທາງການແຂວງອັດຕະປືເລັ່ງອົບພະຍົບປະຊາຊົນຫລາຍພັນຄົນໜີນໍ້າຖ້ວມຫລັງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ
ອໍານາດການປົກຄອງແຂວງອັດຕະປື ພວມເລັ່ງອົບພະຍົບປະຊາຊົນຫລາຍກວ່າ 2 ພັນຄົນທີ່ຕິດຢູ່ຕາມຫລັກຄາເຮືອນ ແລະ ຕາມຕົ້ນໄມ້ໃນຫລາຍບ້ານ ເຂດເມືອງສະໜາມໄຊເພື່ອໜີນໍ້າຖ້ວມ, ຫລັງຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກໃນຕອນແລງຂອງວັນທີ 23 ກໍລະກົດນີ້.
ພາຍຫລັງເກີດເຫດການດັ່ງກ່າວ, ຫ້ອງວ່າການປົກຄອງແຂວງໄດ້ອອກແຈ້ງການເຖິງບັນດາອົງການຈັດຕັ້ງພັກ-ລັດ, ຫົວໜ່ວຍທຸລະກິດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຊາບທັນທີໃນວັນທີ 24 ກໍລະກົດວ່າ: ໄດ້ເກີດອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ, ເຮັດໃຫ້ນ້ຳຈາກເຂື່ອນໄຫລທະລຸລົງມາຕາມລ່ອງນ້ຳເຊປຽນ ອັນໄດ້ກໍ່ຄວາມເສຍຫາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງໜັກໜ່ວງ. ພາຍຫລັງເກີດເຫດອໍານາດການປົກຄອງທຸກຂັ້ນ, ພ້ອມດ້ວຍພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນໃນທົ່ວແຂວງໄດ້ສຸມໃສ່ກອບກູ້ຈົນສຸດຄວາມສາມາດ ແຕ່ກໍເປັນເຫດການສຸດວິໄສຍ້ອນນໍ້າມີປະລິມານລາຍ ແລະ ມີລະດັບນໍ້າສູງ. ພ້ອມທັງຂໍຄວາມຊ່ວຍເຫລືອຈາກສູນກາງ ແລະ ແຂວງໃກ້ຄຽງ ແລະ ສະເໜີມາຍັງບັນດາອົງການຈັດຕັ້ງພັກ-ລັດ, ຫົວໜ່ວຍທຸລະກິດ, ພະນັກງານ, ທະຫານ, ຕຳຫລວດ, ປະຊາຊົນບັນດາເຜົ່າ ແລະ ເພື່ອນມິດສະຫາຍຜູ້ຢູ່ໃກ້ ແລະ ຢູ່ໄກ ເພື່ອຂໍການຊ່ວຍເຫລືອອັນຮີບດ່ວນໃນຄັ້ງນີ້ດ້ວຍ ເປັນຕົ້ນເຄື່ອງນຸ່ງຫົ່ມ, ອາຫານ-ນ້ຳດື່ມ, ຢາປົວພະຍາດ ແລະ ອື່ນໆເທົ່າທີ່ຈະສາມາດປະກອບສ່ວນໄດ້. ສຳລັບຜູ້ທີ່ປະສົງຢາກປະກອບສ່ວນໃນການແກ້ໄຂບັນເທົາທຸກໃນຄັ້ງນີ້ ສາມາດມາປະກອບສ່ວນດ້ວຍຕົນເອງ ຫລື ປະສານງານມາຍັງຫ້ອງວ່າການແຂວງໃນນາມກອງເລຂາຄະນະຮັບຜິດຊອບແກ້ໄຂສະພາບສຸກເສີນ ແຕ່ວັນທີ 24 ກໍລະກົດ 2018 ເປັນຕົ້ນໄປ.
ຕາມການລາຍງານຂອງກອງເລຂາແກ້ໄຂສຸກເສີນຄັ້ງນີ້ ໃຫ້ຮູ້ວ່າ: ສາຍນໍ້າເຊປຽນ ໄດ້ໄຫລຖ້ວມເຮືອນຊານບ້ານຊ່ອງປະຊາຊົນຢ່າງໄວວາ ແລະ ມີ 5 ບ້ານໄດ້ຮັບຜົນກະທົບໜັກໜ່ວງຄື: ບ້ານຫີນລາດ, ບ້ານໃໝ່, ບ້ານທ່າແສງຈັນ, ບ້ານໂຄກກອງ ແລະ ກຸ່ມບ້ານແພ, ເຊິ່ງມີລະດັບນໍ້າສູງປະມານ 5-6 ແມັດ ແລະ ມີປະຊາຊົນຫລາຍກວ່າ 2 ພັນຄົນທີ່ຕ້ອງໄດ້ຂຶ້ນໄປອາໃສຢູ່ຫລັງຄາເຮືອນ ແລະ ຕາມຕົ້ນໄມ້ ເຊິ່ງຈະຕ້ອງໄດ້ຮີບຮ້ອນເຂົ້າໄປຊ່ວຍເຫລືອອົບພະຍົບອອກມາຈາກພື້ນທີ່ດັ່ງກ່າວໂດຍໄວ. ນອກຈາກນີ້ຍັງມີຜູ້ສູນຫາຍເປັນຈໍານວນຫລາຍ, ເຊິ່ງຖືເປັນໄພທໍາມະຊາດທີ່ຮ້າຍແຮງຊຶ່ງມີຜູ້ເສຍຊີວິດເປັນຈໍານວນຫລາຍ.