ທີມຍັກອີຕາລີເລັ່ງທຸ້ມຄວ້າ ເມສຊີ ປະທະ ໂຣນັລໂດ້ ໃນເຊເຣຍອາ
July 24, 2018 - 4:04 PM
ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ກໍລະກົດວ່າ: ອິນເຕີ ມິລານ ສະໂມສອນເງິນຖັງແຫ່ງກັລໂຊ ເຊເຣຍ ອາ ອີຕາລີ ວາງແຜນຄວ້າຕົວ ລິໂອເນລ ເມສຊີ ກອງໜ້າທີມຊາດອາເຈນຕິນາຂອງ ບາເຊໂລນາ ມາເສີມຄວາມແຂງແກ່ນ.
ເປັນທີ່ເຂົ້າໃຈກັນວ່າ: ຄຣິສເຕຍໂນ ໂຣນັລໂດ້ ຫາກໍຍ້າຍຈາກທີມ ຣີລ ມາດຣິດ ມາຢູ່ກັບ ຢູເວນຕຸສ ດ້ວຍຄ່າຕົວ 88 ລ້ານປອນ ຢຸດການແຂ່ງຂັນກັບ ລິໂອເນລ ເມສຊີ ໃນ ລາລີກາ ໄວ້ທີ່ 9 ປີ.
ເຖິງຢ່າງໃດກໍຕາມຫລ້າສຸດ Tuttosport ສື່ດັງຂອງອີຕາລີລາຍງານຂ່າວ ເມື່ອທີມອິນເຕີ ມິລານ ທີ່ມີກຸ່ມທຶນ ຊູໜິງ ຈາກປະເທດຈີນ ເປັນເຈົ້າຂອງ ກຳລັງວາງແຜນຍື່ນຂໍ້ສະເໜີກ້ອນໃຫຍ່ເພື່ອຄວ້າ ເມສຊີ ມາປະທະກັບ ໂຣນັລໂດ້ ອີກຄັ້ງໃນ ເຊເຣຍ ອາ ອີຕາລີ.