ລີເວີພູລ ຖະແຫລງປ່ອຍ ມາຕິປ ກັບອັງກິດ
July 24, 2018 - 4:07 PM
ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 24 ກໍລະກົດວ່າ: ລີເວີພູລ ສະໂມສອນຍັກໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ຖະແຫລງປ່ອຍ ໂຈເອລ ມາຕິປ ກັບໄປຮັກສາອາການບາດເຈັບທີ່ປະເທດອັງກິດແລ້ວ.
ມາຕິປ ມີອາການເຈັບກ້າມຊີ້ນຂາ ໃນໄລຍະເຄິ່ງທຳອິດຂອງເກມທີ່ ລີເວີພູລ ເສຍໃຫ້ ໂບຣຸສເຊຍ ດອດມຸນ 1-3 ໃນອິນເຕີເນຊັນແນລ ແຊມປ້ຽນ ຄັບ ຈົນຖືກປ່ຽນຕົວອອກໄປ.
ເຊິ່ງຫລ້າສຸດຫລັງຈາກທີມແພດຂອງ ລີເວີພູລ ກວດອາການບາດເຈັບຂອງ ມາຕິປ ຢ່າງລະອຽດ ໄດ້ລົງຄວາມເຫັນວ່າຄວນສົ່ງລາວກັບໄປເມືອງເມີຊີໄຊ ປະເທດອັງກິດ ເພື່ອຮັກສາຕົວທີ່ເມລວູດ ເຮັດໃຫ້ລາວຈະໝົດສິດລົງຊ່ວຍທີມໃນ 2 ນັດຕໍ່ໄປທີ່ຈະພົບກັບ ແມນເຊັສເຕີ ຊິຕີ້ ແລະ ແມນເຊັສເຕີ ຢູໄນເຕັດ ແນ່ນອນແລ້ວ.