ແຂວງ ອຸດົມໄຊ ໄດ້ຮັບຜົນກະທົບໜັກຈາກພາຍຸເຊີນຕິນ

ໃນລະຫວ່າງວັນທີ 16 -21 ກໍລະກົດ 2018 ຢູ່ທົ່ວ ແຂວງອຸດົມໄຊ ມີຝົນຕົກໜັກ ເປັນເວລາຫຼາຍວັນຕິດຕໍ່ກັນ ເຮັດໃຫ້ເກີດມີນ້ຳປ່າ,ໄຫຼແຮງ ລົງສູ່ຫ້ວຍນ້ຳ-ແມ່ນ້ຳເຮັດ ໃຫ້ລະດັບນ້ຳແຕ່ລະສາຍ ທົ່ວ ແຂວງອຸດົມໄຊ ເພີ່ມຂຶ້ນ ແລະ ໄຫຼເຂົ້າຖ້ວມບ້ານ, ເຮືອນຂອງປະຊາຊົນໃນຈຳ ນວນ 5 ເມືອງຄື ເມືອງແບງ, ເມືອງຮຸນ,ປາກແບງ, ເມືອງ ຫຼາ ແລະ ເມືອງນາໝໍໍ້.
+ ຝົນຕົກຫນັກເຮັດໃຫ້ຫລາຍທ້ອງຖິ່ນເກີດໄພນ້ຳຖ້ວມ
+ ນະຄອນຫລວງວຽງຈັນກຽມຄວາມພ້ອມຮັບມືບັນຫານ້ຳຖ້ວມໃນລະດູຝົນ
ຕາມການສະຫຼຸບລາຍ ງານຂະແໜງສັງຄົມສົງ ເຄາະຂອງພະແນກແຮງ ງານ ແລະ ສະຫວັດດີການ ສັງຄົມ ແຂວງຮູ້ວ່າ ປະຊາ ຊົນຈຳນວນ 5 ເມືອງໃນ ທົ່ວ ແຂວງ ໄດ້ຮັບຜົນກະທົບຈາກ ໄພນ້ຳຖ້ວມມີທັງໝົດ 10 ບ້ານ,102 ຄອບຄົວ ແລະ 524 ຄົນໃນນັ້ນເມືອງຮຸນໄດ້ ຮັບຜົນກະທົບຫຼາຍກວ່າໝູ່ ມີ 4 ບ້ານ, ຜົນຈາກໄພນ້ຳ ຖ້ວມດັ່ງກ່າວໄດ້ສ້າງ ຄວາມ ເສຍຫາຍໃຫ້ແກ່ປະຊາຊົນ ຫຼາຍສົມຄວນເປັນຕົ້ນແມ່ນ ເຮືອນຊານ ບ້ານ ຊອງເປ່ ເພລວມ 101 ຫຼັງ, ເຮືອນ ຖືກນ້ຳຊຸໄຫຼໄປກັບນ້ຳ 1 ຫຼັງ, ເລົ້າເຂົ້າ 7 ຫຼັງ. ນອກ ນັ້ນຍັງເຮັດໃຫ້ດິນເຊາະ ເຈື່ອນ, ຖະໜົນຫົນທາງ ຖືກຕັດຂາດ, ເສົາໄຟຟ້າ ຫັກລົ້ມ, ທົງນາບາງຈຸດ ຖືກນ້ຳຖ້ວມເຮັດໃຫ້ຕົ້ນ ເຂົ້າທີ່ຫາກໍປັກດຳລົ້ມ ຕາຍ, ປະຊາຊົນຈຳນວນ ໜຶ່ງທີ່ດຳລົງຊີວິດຢູ່ໃກ້ ກັບແມ່ນ້ຳຕ້ອງໄດ້ເກັບກູ້ ເຄື່ອງຂອງ ແລະ ຍົກຍ້າຍ ໄປຢູ່ບ່ອນປອດໄພ./.