ສະຫະປະຊາຊາດ-ສະຫະລັດອາເມລິກາ ສະແດງຄວາມພ້ອມຊ່ວຍເຫລືອລາວ


ສະຫະປະຊາຊາດ (UN) ແລະ ລັດຖະບານສະຫະລັດອາເມລິກາ ຕະຫລອດຮອດປະເທດໃກ້ຄຽງໃນພາກພື້ນ ລວມທັງໄທ, ມາເລເຊຍ, ຫວຽດນາມ ແລະ ສິງກະໂປ ຕ່າງສະແດງຄວາມພ້ອມຊ່ວຍເຫລືອທາງການລາວ ທີ່ກຳລັງປະສົບໄພພິບັດຈາກນ້ຳຖ້ວມກະທັນຫັນຄັ້ງໃຫຍ່ ເຊິ່ງເປັນຜົນຈາກເຂື່ອນແຕກ ມີຜູ້ເສຍຊີວິດແລ້ວ 20 ຄົນ.


ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢ໋ອກ ປະເທດສະຫະລັດອາເມລິກາ ໃນວັນທີ 24 ກໍລະກົດວ່າ: ສະຫະປະຊາຊາດ (UN) ອອກຖະແຫລງການໃນວັນທີ 24 ກໍລະກົດວ່າ: ທ່ານ ອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ UN ມີຄວາມກັງວົນ ແລະ ເສົ້າເສຍໃຈເປັນຢ່າງຍິ່ງຕໍ່ສະຖານະການເຂື່ອນເຊປຽນ-ເຊນ້ຳນ້ອຍ ຕັ້ງຢູ່ລະຫວ່າງແຂວງຈຳປາສັກກັບແຂວງອັດຕະປື ທາງຕາເວັນອອກສຽງໃຕ້ຂອງລາວ ທີ່ກໍ່ສ້າງໃກ້ສຳເລັດ ເກີດພັງທະລາຍຈົນສົ່ງຜົນໃຫ້ມວນນ້ຳມະຫາສານໄຫລເຂົ້າຖ້ວມເຮືອນຫລາຍແຫ່ງ ຈົນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 20 ຄົນ ພ້ອມທັງສະແດງຄວາມພ້ອມຂອງ UN ໃນການສົ່ງມອບການຊ່ວຍເຫລືອໄປຍັງລັດຖະບານລາວ.
https://twitter.com/ChannelNewsAsia/status/1021926983825932288
ຂະນະທີ່ທ່ານນາງ ຮີທເທີ ເນົາເອີດ ໂຄສົກກະຊວງການຕ່າງປະເທດສະຫະລັດອາເມລິກາ ກ່າວສະແດງຄວາມເສຍໃຈຕໍ່ສະຖານະການທີ່ເກີດຂຶ້ນໃນນາມຂອງລັດຖະບານວໍຊິງຕັນ ແລະ ຢືນຢັນຄວາມພ້ອມຂອງອາເມລິກາໃນການໃຫ້ການຊ່ວຍເຫລືອແກ່ທາງການລາວເຊັ່ນກັນ. ນອກຈາກນີ້ ບັນດາປະເທດຮ່ວມພາກພື້ນອາຊີຕາເວັນອອກສຽງໃຕ້ ບໍ່ວ່າຈະເປັນໄທ, ມາເລເຊຍ, ຫວຽດນາມ ແລະ ສິງກະໂປ ຕ່າງປະກາດຄວາມພ້ອມສົ່ງມອບການຊ່ວຍເຫລືອໄປຍັງລາວ. ເຖິງຢ່າງໃດກໍຕາມ, ລັດຖະບານລາວຍັງບໍ່ສະແດງຄວາມຈຳນົງໃນເລື່ອງນີ້ຢ່າງເປັນທາງການ ພຽງແຕ່ປະກາດຮັບບໍລິຈາກເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນເທົ່ານັ້ນ.
#UN chief voices sadness over loss of life in Laos dam collapse. Several people feared dead and hundreds of others remain missing after dam collapse in southern Laotian province of Attapeu https://t.co/foco45s9cB pic.twitter.com/sS06t0dIbR
— China Xinhua News (@XHNews) July 24, 2018
ທັງນີ້, ເຈົ້າໜ້າທີ່ໜ່ວຍກູ້ໄພໃນແຂວງອັດຕະປືໃຊ້ເຮືອ ແລະ ເຮລິກອບແຕເປັນພາຫະນະເດີນທາງເຂົ້າສູ່ພື້ນທີ່ປະສົບໄພ ເພື່ອອົບພະຍົບປະຊາຊົນເຊິ່ງຍັງຕິດຄ້າງຢູ່ຕາມຫລັງຄາເຮືອນຂອງຕົນເອງ ໂດຍມີລາຍງານປະຊາຊົນໄດ້ຮັບຄວາມເດືອດຮ້ອນປະມານ 6.600 ຄົນ ແລະ ພົບຜູ້ເສຍຊີວິດຢ່າງໜ້ອຍ 20 ຄົນ. ຕາມການເປີດເຜີຍໂດຍສຳນັກຂ່າວສານປະເທດລາວ (LNA) ເຊິ່ງລາຍງານເພີ່ມອີກວ່າ: ໜ່ວຍງານທີ່ກ່ຽວຂ້ອງສາມາດຄວບຄຸມສະຖານະການໄດ້ແລ້ວ ໂດຍບໍ່ມີນ້ຳຮົ່ວໄຫລອອກມາອີກ, ແຕ່ຍອມຮັບວ່າຢ່າງໜ້ອຍ 7 ບ້ານໃນເມືອງສະໜາມໄຊ ຍັງມີນ້ຳຖ້ວມຂັງຢູ່ໃນລະດັບສູງ.
We send condolences to those affected by the dam breach in southern #Laos. We are working with all concerned to see how we can help. Our prayers are with the victims and their families.
— Matthew Miller (@StateDeptSpox) July 25, 2018
ໂຄງການກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ອອກຖະແຫລງການວ່າ: ໃຫ້ການຮ່ວມມືຢ່າງເຕັມສ່ວນກັບລັດຖະບານລາວ ໃນການແກ້ໄຂສະຖານະການທີ່ເກີດຂຶ້ນຢ່າງສຸດຄວາມສາມາດ ໂດຍເປີດເຜີຍວ່າ: ເລີ່ມພົບຮອຍແຕກໃນຄືນວັນທີ 22 ກໍລະກົດ ແລະ ສົ່ງທີມງານໄປສ້ອມແປງແລ້ວ ພ້ອມທັງຂໍໃຫ້ມີການອົບພະຍົບປະຊາຊົນໃນ 12 ບ້ານ ແຕ່ຝົນທີ່ຕົກລົງມາຢ່າງໜັກເປັນອຸປະສັກສຳຄັນ.