ລົມພາຍຸເຊີນຕິນສົ່ງຜົນກະທົບຕໍ່ລະບົບການສັນຈອນ ແລະ ເນື້ອທີ່ນາຂອງປະຊາຊົນ
ໃນລະຫວ່າງ 21-22 ກໍລະກົດນີ້ ໄດ້ເກີດມີຝົນຕົກ ໜັກແກ່ຍາວ ເປັນເວລາດົນ ເຮັດໃຫ້ສາຍນ້ຳເຊບາຍ, ເຊ ກອງ ແລະ ນ້ຳຫ້ວຍຕ່າງໆ ຍິ່ງສູງຂຶ້ນຢ່າງໄວວາ, ໄດ້ ສົ່ງຜົນກະທົບໃຫ້ແກ່ການ ຄົມມະນາຄົມ, ນ້ຳໄດ້ໄຫລ ເຂົ້າເຮືອນຊານຂອງປະຊາ ຊົນ, ຖ້ວມເນື້ອທີ່ການຜະລິດ ແລະ ຜົນລະປູກຂອງຊາວ ກະສິກອນ, ເສັ້ນທາງຫລາຍ ສາຍຖືກນ້ຳຖ້ວມໂດຍສະ ເພາະເສັ້ນທາງ 28 ເອໜັກ ໜ່ວງກວ່າໝູ່ແມ່ນເຂດຈຸດ ບ້ານ ໂພນໄຮ່ຫາ ບ້ານ ວັງ ໝູ, ຫ້ວຍມາລາ ແລະ ຫ້ວຍ ກະປາຍ, ເຂດບ້ານສົບກົງ, ຕະຫລາດສາມລ່ຽມບໍ່ຄຳ- ທອງເຊໂປນແຂວງສະ ຫວັນນະເຂດ ເຊິ່ງເປັນຈຸດ ທີ່ ມີນ້ຳຖ້ວມສູງຜິດປົກກະ ຕິໃນຮອບ 10 ປີຜ່ານມາ ແລະ ໜ້າບໍລິສັດເມືອງວັງ ເກົ່າ ເຊິ່ງເຮັດໃຫ້ການຈັນ ສອນໄປມາຖືກຕັດຂາດ ຈົນມາຮອດຕອນສວຍ ຂອງວັນທີ 23 ກໍລະກົດນີ້ ຈິ່ງຄ່ອຍໆ ລົດລະດັບລົງ ແລະ ຄາດວ່າປະມານ 5-6 ຊົ່ວໂມງ ກໍອາດຈະສາມາດ ທຽວທາງໄດ້ປົກກະຕິແຕ່ ອາດສົ່ງຜົນກະທົບໂດຍ ກົງຕໍ່ ຊັບສິນຂອງລັດ ແລະ ປະຊາຊົນ, ໂດຍສະເພາະ ແມ່ນເນື້ອທີ່ນາ ແລະ ສັດ ລ້ຽງທີ່ຢູ່ລຽບແຄມແມ່ນ້ຳ ເຊກອກ ແລະ ນ້ຳຫ້ວຍ ຕ່າງໆ, ຄາດວ່າ ຈະເຮັດໃຫ້ ເນື້ອທີ່ນາຂອງປະຊາຊົນ ບ້ານປ່າຜັກເໜົ່າ, ບ້ານນາ ສະໄດ້ຮັບຄວາມເສຍຫາຍ./.
+ ຝົນຕົກຫນັກເຮັດໃຫ້ຫລາຍທ້ອງຖິ່ນເກີດໄພນ້ຳຖ້ວມ