ຮອງປະທານປະເທດ ເນັ້ນກະຊວງສຶກສາທິການ-ກິລາສ້າງບຸກຄະລະກອນໃຫ້ມີຄຸນະພາບ

- kitchen vibe - ຮອງປະທານປະເທດ ເນັ້ນກະຊວງສຶກສາທິການ-ກິລາສ້າງບຸກຄະລະກອນໃຫ້ມີຄຸນະພາບ

ເນື່ອງໃນໂອກາດກອງປະຊຸມຄົບຄະນະເປີດກວ້າງກາງສະໄໝ ຂອງຄະນະພັກກະຊວງສຶກສາທິການ ແລະ ກິລາ ໄດ້ໄຂຂຶ້ນໃນວັນທີ 23 ກໍລະກົດນີ້ ຢູ່ແຂວງບໍລິຄຳໄຊ ​ໂດຍ​ການ​ໃຫ້​ກຽດ​ເຂົ້າຮ່ວມ ​ແລະ ​ໂອ້​ລົມຂອງທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ​ເຊິ່ງ​ໄດ້ເນັ້ນວ່າ: ເພື່ອສືບຕໍ່ພັດທະນາວຽກງານສຶກສາທິການ-ກິລາມີຄຸນນະພາບ ແລະ ເຕີບໃຫຍ່ ກະຊວງສຶກສາຕ້ອງເອົາໃຈໃສ່ປັບປຸງພັກໃຫ້ເຂັ້ມແຂງຕໍ່ເນື່ອງ ຕິດພັນກັບການ​ເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກໃຫ້ເຂົ້າສູ່ລວງເລິກ, ກວດຄືນບັນຫາທີ່ຍັງຄົງຄ້າງໃນຄະນະພັກ ​ແລະ ສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້ໃນຂະແໜງສຶກສາທິການ​ໃຫ້​ໝົດ​ໄປ ​ແລະ ສືບຕໍ່ປັບປຸງແບບແຜນການນຳພາ, ວິທີເຮັດວຽກໃຫ້ສອດຄ່ອງ, ວ່ອງໄວ ລວມທັງປັບປຸງລະບົບການຕິດຕາມ, ກວດກາຂອງຄະນະພັກຂັ້ນຕ່າງໆ ໃຫ້ສອດຄ່ອງກັບການຄຸ້ມລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສືບຕໍ່ຍູ້ແຮງການຈັດຕັ້ງປະຕິບັດແຜນການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ໄປພ້ອມກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງຢູ່ທ້ອງຖິ່ນຮາກຖານ, ຕິດພັນກັບການຄັດເລືອກບຸກຄະລາກອນໃນການແກ້ໄຂບັນຫາຄູເຫລືອບໍ່ພໍໃຫ້ໄປຕາມແຜນທີ່ວາງໄວ້, ຍູ້ແຮງການຜັນຂະຫຍາຍມະຕິ 10 ຂອງພັກ ທັງມີລັກສະນະຍຸດທະສາດ ​ແລະ ສືບຕໍ່ຈັດຕັ້ງປະຕິບັດທິດໃນການພັດທະນາ ແລະ ສ້າງຄົນໃຫ້ຢຶດໝັ້ນ 5 ຫລັກມູນການສຶກສາ ໂດຍສຸມໃສ່ໃຫ້ຄົນມີນ້ຳໃຈຮັກຊາດ, ມີສະຕິປັນຍາ ແລະ ສະຫລາດຫັລກແຫລມ, ສ້າງຄົນໃຫ້ຮູ້ວິຖີການດຳລົງຊີວິດ, ໃຫ້ມີກຳລັງວັງຊາທາງດ້ານຮ່າງກາຍ ແລະ ຈິດໃຈ, ສ້າງໃຫ້ມີຄວາມດຸໝັ່ນ ຮູ້ຄຸນຄ່າຂອງການອອກແຮງງານ ແລະ ອື່ນໆ.

ສຳລັບວຽກງານຈຸດສຸມໃນສະເພາະໜ້າ, ແມ່ນມີ 2 ວຽກງານໃຫຍ່ຕົ້ນຕໍຄື: ການກະກຽມສອບເສັງເຂົ້າມະຫາວິທະຍາໄລ ແລະ ອະຊີວະສຶກສາ ກໍຄືການກະກຽມເປີດສົກຮຽນ 2018-2019 ໃຫ້ດຳເນີນໄປຢ່າງໂປ່ງໃສ, ເນັ້ນຄຸນນະພາບ ແລະ ຮັບປະກັນຄວາມຍຸຕິທຳ, ສຸມໃສ່ຊີ້ນຳບັນຊາ ແລະ ປະສານກົມກຽວກັບພາກສ່ວນຕ່າງໆ ເພື່ອກະກຽມ ແລະ ເປີດງານມະຫາກຳກິລາແຫ່ງຊາດ ຢູ່ແຂວງຊຽງຂວາງໃຫ້ໄດ້ຮັບຜົນສຳເລັດ.

- Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ເນັ້ນກະຊວງສຶກສາທິການ-ກິລາສ້າງບຸກຄະລະກອນໃຫ້ມີຄຸນະພາບ
- Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດ ເນັ້ນກະຊວງສຶກສາທິການ-ກິລາສ້າງບຸກຄະລະກອນໃຫ້ມີຄຸນະພາບ
- 4 - ຮອງປະທານປະເທດ ເນັ້ນກະຊວງສຶກສາທິການ-ກິລາສ້າງບຸກຄະລະກອນໃຫ້ມີຄຸນະພາບ
- 3 - ຮອງປະທານປະເທດ ເນັ້ນກະຊວງສຶກສາທິການ-ກິລາສ້າງບຸກຄະລະກອນໃຫ້ມີຄຸນະພາບ
- 5 - ຮອງປະທານປະເທດ ເນັ້ນກະຊວງສຶກສາທິການ-ກິລາສ້າງບຸກຄະລະກອນໃຫ້ມີຄຸນະພາບ