IS ລະເບີດໂຈມຕີເຂດລັດຖະບານ ໃນພາກໃຕ້ຊີຣີ ເສຍຊີວິດກວ່າ 200 ຄົນ

- 37868 20180725T073742Z 1439635899 RC1D83C56590 RTRMADP 3 MIDEASTCRISISSYRIASWEIDA 1532505028511 - IS ລະເບີດໂຈມຕີເຂດລັດຖະບານ ໃນພາກໃຕ້ຊີຣີ ເສຍຊີວິດກວ່າ 200 ຄົນ
- kitchen vibe - IS ລະເບີດໂຈມຕີເຂດລັດຖະບານ ໃນພາກໃຕ້ຊີຣີ ເສຍຊີວິດກວ່າ 200 ຄົນ

ມີ​ຜູ້​ເສ​ຍຊີວິດ​ຫລາຍ​ກວ່າ 200 ຄົນ ຫລັງ​ກຸ່ມ IS ກໍ່​ເຫດ​ລະ​ເບີດ​ຂ້າ​ຕົວ​ຕາຍ​ໂຈມ​ຕີ​ຫລາຍ​ພື້ນທີ່​ໃນ​ແຂວງ​ສາ​ໄວ​ດາ ​ເຊິ່ງ​ເປັນ​ເຂດ​ອິດ​ທິພົນ​ຂອງ​ລັດຖະບານ ທາງ​ຕອນ​ໃຕ້​ຂອງ​ຊີຣີ.

ສຳນັກ​ຂ່າວ​ຕ່າງປະ​ເທດລາຍ​ງານ​ວ່າ: ອົງການ​ສັງ​ເກດ​ການ​ດ້ານ​ສິດທິ​ມະນຸດ​ຊີຣີ (SOHR) ລາຍ​ງາ​ນການ​ເກີດ​ເຫດ​ລະ​ເບີດ​ຂ້າ​ຕົວ​ຕາຍ​ຫລາຍ​ຄັ້ງ​ໃນ​ພື້ນທີ່​ແຂວງ​ສາ​ໄວ​ດາ ທາງ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຊີຣີ ​ເປັນ​ເຫດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ລວມກັນ​ຫລາຍ​ກວ່າ 220 ຄົນ ​ໃນ​ຈຳນວນ​ນີ້​ຢ່າງ​ໜ້ອຍ 127 ຄົນ​ເປັນ​ພົນລະ​ເຮືອນ ​ແລະ ມີ​ຢ່າງ​ໜ້ອຍ 94 ຄົນ​ເປັນ​ທະຫານ ຫລື ນັກຮົບ​ຂອງ​ກອງ​ກຳລັງ​ຝ່າຍ​ສະໜັບສະໜູນ​ລັດຖະບານ, ອີກ​ທັງ​ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ​ຫລາຍ​ຮ້ອຍ​ຄົນ.

​ເຫດການ​ດັ່ງກ່າວ​ຖື​ເປັນ​ການ​ໂຈມ​ຕີນ​ອງ​ເລືອດ​ຄັ້ງຮຸນ​ແຮງ​ທີ່​ສຸດ​ໃນ​ແຂວງ​ສາ​​ໄວ​ດາ ນັບ​ແຕ່​ສົງຄາມ​ກາງ​ເມືອງ​ໃນ​ຊີຣີ​ເກີດ​ຂຶ້ນ​ໃນ​ເດືອນ​ມີນາ 2011 ຫລັງ​ເກີດ​ເຫດ​ກຸ່ມ IS​ ​ເປັນ​ຜູ້​ຢູ່​ເບື້ອງຫລັງ ​​ເຖິງ​ວ່າ​ຈະ​ຫລຸດ​ລົງ​ເນື່ອງ​ຈາກ​ປະຕິບັດ​ການ​ກົດ​ດັນ​ທາງ​ທະຫານ​ຢ່າງ​ໜັກ​ຂອງ​ກອງທັບ​ຊີຣີ, ​ແຕ່​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ​ຍັງ​ມີ​ຖານ​ທີ່​ໝັ້ນຢູ່​ໃນ​ພາກ​ເໜືອ​ຂອງ​ແຂວງ​ສະ​ໄວ​ດາ, ສ່ວນ​ບໍລິ​ເວນ​ທີ່​ເຫລືອ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຝ່າຍ​ລັດຖະບານ. ທັງ​ນີ້ ລາຍ​ງານ​ຂອງ SOHR ລະບຸ​ອີກ​ວ່າ: ມີ​ສະມາຊິກ​ກຸ່ມ IS ຢ່າງ​ໜ້ອຍ 38 ຄົນ​ເສຍ​ຊີວິດ​ຈາກ​ການ​ສູ້​ຮົບ​ຕອບ​ໂຕ້​ກັບ​ທະຫານ​ຊີຣີ ​ແລະ ປະຊາຊົນ​ໃນ​ພື້ນທີ່ ​ເຊິ່ງຈັບ​ອາວຸດ​ຕໍ່ສູ້​ປົກ​ປ້ອງ​ບ້ານ​ເຮືອນ ​ແລະ ຊີວິດ​ຂອງ​ຕົນ​ເອງ.

- 3 - IS ລະເບີດໂຈມຕີເຂດລັດຖະບານ ໃນພາກໃຕ້ຊີຣີ ເສຍຊີວິດກວ່າ 200 ຄົນ
- 5 - IS ລະເບີດໂຈມຕີເຂດລັດຖະບານ ໃນພາກໃຕ້ຊີຣີ ເສຍຊີວິດກວ່າ 200 ຄົນ
- 4 - IS ລະເບີດໂຈມຕີເຂດລັດຖະບານ ໃນພາກໃຕ້ຊີຣີ ເສຍຊີວິດກວ່າ 200 ຄົນ