ນັກຜະຈົນໄພໄວ 64 ປີ ທຳລາຍສະຖິຕິໂລກ ມັດມືມັດແຂນລອຍນ້ຳເກີນ 3 ກິໂລແມັດ
ຄູສອນລອຍນ້ຳ ໄລກາຣດ ແລະ ນັກຜະຈົນໄພຊາວບູນກາລີ ອາຍຸ 64 ປີ ກັບມາທວງຕຳແໜ່ງຜູ້ທຳລາຍສະຖິຕິໂລກລອຍນ້ຳໄດ້ໄລຍະໄກເກີນກວ່າ 3 ກິໂລແມັດ ໂດຍມັດມືມັດຂາ ແລະ ຢູ່ໃນຖົງ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຢາເນ ເປຕຄອຟ ອາຍຸ 64 ປີ ຊາວບູນກາລີ ເຄີຍເປັນຄູສອນລອຍນ້ຳ ກັບມາທວງຕຳແໜ່ງຜູ້ທຳລາຍສະຖິຕິໂລກໄດ້ເປັນຜົນສຳເລັດຈາກການລອຍນ້ຳໄດ້ໄລຍະທາງໄກ 3.380 ແມັດໃນທະເລສາບໂອຣິດ ຂອງປະເທດມາຊິໂດນີ ໂດຍມັດມື ແລະ ມັດຂາໄວ້ນຳກັນ ແລະ ຢູ່ໃນຖົງຄຸມໝົດຕົວ ໃຊ້ເວລາກວ່າ 3 ຊົ່ວໂມງ ໃນວັນທີ 24 ກໍລະກົດ. ທັງນີ້ ສະຖິຕິເກົ່ານັ້ນເປັນຂອງຊາວອິນເດຍ ເຊິ່ງສ້າງສະຖິຕິລອຍນ້ຳມັດມືມັດຕີນໄດ້ໄລຍະທາງ 3.071 ແມັດໃນມະຫາສະໝຸດອິນເດຍ ໃນປີ 2013 ແຕ່ບໍ່ໄດ້ໃຊ້ຖົງເປັນອຸປະກອນ.
ນັກລອຍນ້ຳຄົນນີ້ເຄີຍຄອງສະຖິຕິໂລກໃນປີ 2013 ລອຍນ້ຳໄດ້ໄລຍະທາງ 2.030 ແມັດ ແຕ່ຄອງຢູ່ໄດ້ 3 ເດືອນກໍຖືກຊາວອິນເດຍມາທຳລາຍສະຖິຕິ.