ລະຫວ່າງຍິ້ມສ້າງມິດກັບຍິ້ມເປັນພິດ
ໂດຍ: ຈານແຫຍ່
ຄາວຍັງເປັນເດັກນຸ່ງ ໂສ້ງຫົວຮູດ, ແກ້ມມີຄາບຂີ້ ມູກແຫ້ງຕິດເປັນແຜ່ນເອີ້ນ ວ່າ: “ແກ້ມໝາກມ່ວງ ແຜ່ນ” ຢູ່ນັ້ນ, ຈານແຫຍ່ເຄີຍໄດ້ຟັງ ເລື່ອງໜຶ່ງຈາກປາກຂອງຜູ້ ໃຫຍ່ກ່ຽວກັບອິດທິພົນຂອງ ຮອຍຍິ້ມ ໂດຍພວກເພິ່ນໄດ້ ຍົກເອົາສຸພາສິດ ອຳມະຕະ ຂອງຄົນຈີນ ທີ່ມີມູນເຊື້ອມັກ ຄ້າຂາຍປົນຢູ່ໃນສາຍເລືອດ ມາເປັນຕົວຢ່າງ ສຸພາສິດ ທີ່ວ່າ ນັ້ນແມ່ນ “ຖ້າຍິ້ມຍັງ ບໍ່ທັນເປັນ, ຫ້າມເປີດຮ້ານ ເດັດຂາດ”.
+ ຄວາມຮູ້ສຶກຈະດີຂຶ້ນໄດ້ ພຽງແຕ່ທ່ານຮູ້ຈັກໃຊ້ຄຳເວົ້າປອບໃຈ
+ ຕ້ອນຮັບປີທ່ອງທ່ຽວຕ້ອງໃສ່ໃຈເລື່ອງຮັກສາ ຄວາມສະອາດຂອງຕົວເມືອງ
ເວົ້າອີກຈັ່ງໜຶ່ງກໍຄືວ່າ ຕ້ອງເປັນຄົນຮູ້ຈັກຍິ້ມງ່າຍ ຫົວໄວ, ມີໃບໜ້າເບີກບານ ກ່ອນແລ້ວຈຶ່ງເປີດຮ້ານຂາຍ ເຄື່ອງຈຶ່ງຈະມີລູກຄ້າມາຕອມ, ຖ້າເຮັດໜ້າບູດຈູ່ລູ່, ຮີມສົບ ຈຸຮູ ດັງຢູ່ກໍຢ່າຫວັງໃນຜົນ ສຳເລັດເລື່ອງກິດຈະການ ຄ້າຂາຍ. ຕໍ່ຈາກນັ້ນມາ ຈານ ແຫຍ່ ກໍຮູ້ຕື່ມກ່ຽວກັບອິດທິ ພົນອັນກວ້າງໃຫຍ່ໄພສານ ຂອງຮອຍຍິ້ມ ແລະ ສູນຫົວວ່າ ມັນເປັນທັງມົນສະເໜ່, ເປັນ ທັງຢາອາຍຸວັດທະນະ.
ປະໂຫຍກ ຄຳເວົ້າອັນ ແຫລມຄົມກ່ຽວກັບຮອຍຍິ້ມ ທີ່ ຈານແຫຍ່ ຕິດໃຈແຮງອີກ ອັນໜຶ່ງກໍແມ່ນ “ຮອຍຍິ້ມບໍ່ໄດ້ ຊື້ບໍ່ໄດ້ຂາຍ-ຜູ້ຮັບດີໃຈຜູ້ໃຫ້ ມີຄວາມສຸກກາຍເປັນຄົນໃຈກວ້າງ” ແລ້ວກໍຕໍ່ໃສ່ຄຳເວົ້າ ທີ່ມີລັກສະນະປິດສະໜາ (ຂອງຕ່າງປະເທດ)ວ່າ“ບໍ່ມີ ໃຜຕ້ອງການຮອຍຍິ້ມຫລາຍກວ່າຜູ້ທີ່ບໍ່ເຄີຍສົ່ງຮອຍຍິ້ມ ໃຫ້ຄົນອື່ນຈັກເທື່ອ”.
ການທີ່ໃຫ້ທ່ານຜູ້ອ່ານ ເສຍເວລາກັບເລື່ອງຮອຍຍິ້ມມື້ນີ້ ກໍເພາະວ່າ ຈານແຫຍ່ໄດ້ ອ່ານບົດຄວາມໃນໜ້າໜັງສື ພິມວຽງຈັນທາມ (Vienti- ane Times) ສະບັບວັນທີ 30 ມີນາປີນີ້ ທີ່ເວົ້າເຖິງລະ ດັບຄວາມເບັ່ງບານຂອງອຸດສະຫະກຳທ່ອງທ່ຽວຢູ່ຫວຽດນາມ ທີ່ຢຶດເອົາຮອຍຍິ້ມຂອງ ພົນລະເມືອງເປັນຍອດມົນ ສະເໜ່ດຶງດູດນັກທ່ອງທ່ຽວ ທັງຢູ່ພາຍໃນ ແລະ ຈາກຕ່າງ ປະເທດ.
ບົດຄວາມດັ່ງກ່າວໄດ້ຍົກ ໃຫ້ເຫັນຕົວເລກແຫ່ງຄວາມ ເຕີບໃຫຍ່ຂອງອຸດສະຫະກຳ ນີ້ວ່າ ໃນປີ 2017, ມີນັກທ່ອງ ທ່ຽວຕ່າງປະເທດເຂົ້າໄປ ທ່ຽວຫວຽດນາມເກືອບ 13 ລ້ານຄົນ, ສ້າງລາຍຮັບໃຫ້ ປະ ເທດໄດ້ຫລາຍກວ່າ 500 ພັນ ຕື້ດົງ ຫລື ເທົ່າໆກັບ 22 ຕື້ໂດ ລາສະຫະລັດ.
ຄາດວ່າພາຍໃນປີ 2020 ຈະມີນັກທ່ອງທ່ຽວຕ່າງປະ ເທດໄປທ່ຽວຫວຽດນາມປະມານ 17-20 ລ້ານຄົນສ່ວນ ນັກທ່ອງທ່ຽວພາຍໃນ ຈະ ພຸ່ງຂຶ້ນເຖິງ 82 ລ້ານຄົນ, ລາຍຮັບເຂົ້າປະເທດຈະບັນ ລຸ35 ຕື້ໂດລາສະຫະລັດ ເທົ່າກັບ10% ຂອງຈີດີພີ ໃນເວລານັ້ນ.
ການພັດທະນາການທ່ອງ ທ່ຽວຫວຽດນາມນັ້ນ ເນັ້ນໃສ່ ພື້ນຖານໂຄ່ງລ່າງທີ່ດີ, ຄວາມ ປອດໄພ, ການຮັບປະກັນ ຫລັກອະນາໄມ ແລະ ທີ່ຂາດບໍ່ ໄດ້ກໍຄືນ້ຳໃຈໄມຕີຂອງພົນ ລະເມືອງໃນການຮັບຕ້ອນ ແຂກບ້ານແຂກເມືອງ.
ບົດຄວາມດັ່ງກ່າວໄດ້ ສະຫລຸບວ່າ “ສິ່ງໜຶ່ງທີ່ຄົນ ຫວຽດນາມທຸກຄົນສາມາດ ປະກອບສ່ວນໄດ້ ໃນການຂັບ ເຄ່ືອນອຸດສະຫະກຳທ່ອງ ທ່ຽວນັ້ນກໍຄື ຕ້ອນຮັບແຂກ ທ່ອງທ່ຽວດ້ວຍຮອຍຍິ້ມແຜນບູຮານ ຂອງຫວຽດນາມ”.
ຈານແຫຍ່ ວ່ານີ້ລະຄືຈຸດ ສຸດຍອດມົນສະເໜ່ດຶງດູດນັກທ່ອງທ່ຽວ, ເປັນມົນສະເໜທີ່ ບໍ່ມີໃຜອ້າງເປັນ ເຈົ້າລິຂະສິດ ເຖິງວ່າຈະມີບາງ ປະເທດປະ ກາດຕົນເອງເປັນປະເທດ “ເມືອງຍິ້ມ” ກໍຕາມ ເນື່ອງ ຈາກບໍ່ເຄີຍມີການແຂ່ງຂັນ “ຮອຍຍິ້ມ” ລະດັບຊາດ ຫລື ລະຫວ່າງປະເທດຈັກເທື່ອ ດັ່ງນັ້ນ ຈຶ່ງບໍ່ຮູ້ວ່າຄົນ ລາວທຳ ມະດາສາມັນ (ບໍ່ນັບຜູ້ໃສ່ ແຂ້ວຄຳ) ນັ້ນຍິ້ມງາມ, ຍິ້ມ ທົນສ່ຳໃດ.
ແຕ່ເລື່ອງຍິ້ມກັບແຂກ ຕ່າງປະເທດນີ້ ຈານແຫຍ່ ມີ ແນວຢາກໃຫ້ມີສະຕິນຳກັນ ເພາະເຄີຍຖືກເຂກໜ້າມາ ແລ້ວຫລາຍຄັ້ງ, ຍ້ອນຍິ້ມ ບໍ່ຖືກກາລະເທສະເຮັດໃຫ້ ແຂກຕ່າງປະເທດເຂົ້າໃຈ ວ່າຍິ້ມເຍາະເຍີ້ຍ, ຍິ້ມປະ ໝາດເພິ່ນ. ຄົນລາວເຮົາຈຳ ນວນໜຶ່ງເມື່ອຟັງຄົນອື່ນ ເວົ້າ, ຈັກວ່າເລື່ອງຈິງຈັງ, ເລື່ອງມ່ວນຊື່ນ ຫລື ເລື່ອງ ໂສກເສົ້າກໍມັກຈະຍິ້ມຫົວ ໄປນຳ.
ສຳລັບກັບຄົນລາວເຮົາ ເອງຄົງບໍ່ເປັນຫຍັງດອກ, ແຕ່ ກັບຄົນຕ່າງປະເທດແລ້ວ ຕ້ອງລະວັງ ຖ້າເຂົາເວົ້າເລື່ອງ ຈິງຈັງ, ເວົ້າເປັນການເປັນ ງານ, ເວົ້າເລື່ອງເສົ້າແລ້ວເຮົາ ບໍ່ຄວນຍິ້ມຫົວເດັດຂາດເພາະເຂົາຈະ ຄິດວ່າ ເຮົາບໍ່ຖືສຳຄັນ ຫລື ບໍ່ເຊື່ອຄຳເວົ້າຂອງເຂົາ, ຖ້າເຂົາເວົ້າເລື່ອງມ່ວນຊື່ນ ຫລື ພວມຢູ່ໃນບັນຍາກາດພັກ ຜ່ອນ, ເຮົາຈຶ່ງເພີ່ມບັນຍາກາດ ດ້ວຍຮອຍຍິ້ມ ແລະ ສຽງຫົວ,
ສະຫລຸບຄວາມແລ້ວຮອຍຍິ້ມ-ສຽງຫົວສາມາດສ້າງມິດ ແລະ ສາມາດເປັນພິດເປັນ ໄພໄດ້ຖ້າໃຊ້ບໍ່ເລືອກເວລາ, ຈານແຫຍ່ ເຄີຍຖືກມາແລ້ວ./.