ຫລາຍ​ພາກສ່ວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ຢູ່​ແຂວງ​ອັດ​ຕະປື

- One hear for attapeu - ຫລາຍ​ພາກສ່ວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ຢູ່​ແຂວງ​ອັດ​ຕະປື
- kitchen vibe - ຫລາຍ​ພາກສ່ວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ຢູ່​ແຂວງ​ອັດ​ຕະປື

ພາຍຫລັງ​ເກີດ​ໄພ​ນ້ຳຖ້ວມ​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ​ເນື່ອງ​ຈາກ​ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ​ແຕກ ​ໃນ​ຄ້າຍ​ແລງ​ວັນ​ທີ 23 ກໍລະກົດ​ນີ້ ​ເຊິ່ງ​ເປັນ​ການ​ສູນ​ເສຍ​ຄັ້ງ​ໃຫຍ່​ຂອງ​ປະ​ເທດ​ເຮົາ, ຈາກ​ນັ້ນຫລາຍ​ພາກສ່ວນ​ທັງ​ພາກ​ລັດ-​ເອກະ​ຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ຈາກ​ບັນດາ​ປະ​ເທດ​ເພື່ອນ​ມິດ ກໍ​ໄດ້​ນຳ​ເອົາ​ວັດຖຸ​ປັດ​ໄຈ​ຕ່າງໆ​ເຊັ່ນ: ​ເຄື່ອງ​ບໍລິ​ໂພ​ກ, ອຸປະ​ໂພ​ກ ​ແລະ ​ເຄື່ອງ​ໃຊ້​ປະຈຳ​ວັນ ພ້ອມ​ດ້ວຍ​ເງິນ​ສົດ ​ເຂົ້າມາ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ດັ່ງກ່າວ​ເປັນ​ຈຳນວນ​ຫລວງຫລາຍ​ຄື: ຈາກ ສສ ຫວຽດນາມ, ສປ ຈີນ, ຣາຊະ​ອານາຈັກ​ໄທ… ສ່ວນ​ຢູ່​ພາຍ​ໃນ​ປະ​ເທດ​ເຮົາ​ກໍ​ມີ​ຫລາຍ​ພາກສ່ວນ ນັບ​ທັງ​ບໍລິສັດ​ຫ້າງ​ຮ້ານ ຕະຫລອດ​ປະຊາຊົນ​ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ກໍ​ໄດ້​ນຳ​ເອົາ​ວັດຖຸ​ປັດ​ໄຈ​ຕ່າງໆ​ເຂົ້າມາ​ຊ່ວຍ​ເຫລືອ​ຢ່າງ​ບໍ່​ຂາດ​ໄລຍະ ຄື​ຢູ່​ສູນ​ຮັບ​ບໍລິ​ຈາກ​ຂອງ​ຄະນະ​ກຳມະການ​ຕ້ານ​ໄພພິບັດ​ຂັ້ນ​ແຂວງ ​ເຊິ່ງມາ​ຮອດ​ວັນ​ທີ 26 ກໍລະກົດ​ນີ້ ມີ​ຈຳນວນ​ເງິນ​ຊ່ວຍ​ເຫລືອ​ຫລາຍ​ກວ່າ 11 ຕື້ກີບ, ສຳລັບ​ຢູ່​ຈຸດ​ຮັບ​ບໍລິຈາກ​ຂອງ​ກະຊວງ​ແຮງ​ງານ ​ມາ​ຮອດ​ວັນ​ທີ 25 ກໍລະກົດ ມີ​ເງິນສົດ​ຫລາຍ​ກວ່າ 1.840 ລ້ານ​ກີບ ​ໃນ​ນີ້​ປະກອບ​ມີ​ການ​ຊ່ວຍ​ເຫລືອ​ຈາກ​ສະຖານທູດ​ໄທ ຈຳນວນ​ເງິນ 1,3 ລ້ານ​ບາດ​ໄທ ​ແລະ 26 ລ້ານ​ກີບ, ສະຖານທູດ​ຫວຽດນາມ ບໍລິຈາກ 15 ລ້ານ​ກີບ ​ແລະ 1.500 ​ໂດ​ລາ. ນອກຈາກ​ນີ້ ຍັງ​ມີ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກຈຳນວນ​ຫລາຍ​ໄດ້​ຈາກ​ຫລາຍ​ພາກສ່ວນ​ມາ​ຮ່ວມ​ບໍລິຈາກລວມ​ເຕັມ​ລົດ​ບັນທຸກ​ສິບ​ລໍ້​ໜຶ່ງ​ຄັນ. ພ້ອມ​ນັ້ນ ທະນາຄານ​ການ​ຄ້າ​ຕ່າງປະ​ເທດ ກໍ​ໄດ້​ເປີດ​ຮັບ​ບໍລິຈາກ​ຜ່ານ BCEL One Heart ມີ​ຈຳນວນ​ເງິນ​ຫລາຍ​ເຖິງ 2.985 ລ້ານ​ກີບ ຈາກ​ຈຳນວນ​ຜູ້​ບໍລິຈາກ​ທັງ​ໝົດ 23.454 ທ່ານ, ສ່ວນ​ຍອດ​ເງິນ​ບໍລິຈາກ​ຜ່ານ ລາວ​ໂທລະ​ຄົມ ມີ​ 46 ລ້ານ​ກວ່າ​ກີບ ​ແລະ ຍັງ​ເພີ່ມ​ຂຶ້ນ​ເລື້ອຍໆ. ສະ​ເພາະ​ຢູ່​ແຂວງ​ສະຫວັນ​ນະ​ເຂດ​ກໍ​ໄດ້​ເປີດ​ສູນ​ຮັບ​ບໍລິຈາກ​ການ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ດັ່ງກ່າວ ​ເຊິ່ງມາ​ຮອດ​ປັດຈຸບັນ​ມີ​ຍອດ​ເງິນສົ​ດ​ເກືອບ 100 ລ້ານ​ກີບ ​ແລະ ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກອື່ນໆ​ເປັນ​ຈຳນວນ​ຫລາຍ.

- 5 - ຫລາຍ​ພາກສ່ວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ຢູ່​ແຂວງ​ອັດ​ຕະປື
- Visit Laos Visit SALANA BOUTIQUE HOTEL - ຫລາຍ​ພາກສ່ວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປະກອບສ່ວນຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳຖ້ວມ​ຢູ່​ແຂວງ​ອັດ​ຕະປື
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!