ມວນນ້ຳຈາກເຂື່ອນແຕກໃນລາວ ໄຫລເຂົ້າສູ່ກຳປູເຈຍ

ທາງການແຂວງສະຕຶງແຕຣງ ໃນພາກເໜືອຂອງກຳປູເຈຍ ເລັ່ງອົບພະຍົບປະຊາຊົນຫລາຍໝື່ນຄົນ, ຫລັງມວນນ້ຳຈາກເຂື່ອນທີ່ແຕກໃນພາກໃຕ້ຂອງລາວໄຫລເຂົ້າສູ່ພື້ນທີ່ແລ້ວ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໃນວັນທີ 27 ກໍລະກົດວ່າ: ທາງການແຂວງສະຕຶງແຕຣງທີ່ຢູ່ທາງເໜືອຂອງກຳປູເຈຍປະກາດອົບພະຍົບປະຊາຊົນປະມານ 25.000 ຄົນ ຫລັງພົບວ່າລະດັບນ້ຳໃນລຸ່ມແມ່ນ້ຳຂອງທີ່ໄຫລຜ່ານຕົວເມືອງເພີ່ມສູງຂຶ້ນເກີນ 12 ແມັດ ແລະ ຍັງບໍ່ມີທ່າອ່ຽງຫລຸດລະດັບ ສົ່ງຜົນໃຫ້ລະດັບນ້ຳລົ້ນຕາຝັ່ງໄຫລເຂົ້າຖ້ວມບ້ານຕາມແຄມຝັ່ງແມ່ນ້ຳຂອງແລ້ວ ໂດຍສຳນັກງານອຸຕຸນິຍົມວິທະຍາຂອງກຳປູເຈຍຄາດວ່າ: ລະດັບນ້ຳທີ່ເພີ່ມຂຶ້ນເປັນຜົນຈາກມວນນ້ຳທີ່ໄຫລມາຈາກ ລາວ ເຊິ່ງເກີດເຫດສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ໃນແຂວງອັດຕະປື ທີ່ຢູ່ທາງຕາເວັນອອກສຽງໃຕ້ຂອງປະເທດ ແຕກໃນຕົ້ນອາທິດນີ້.
A dam collapse devastated southern Laos. Now the floodwaters are creeping toward Cambodia https://t.co/wKDUevXIHu
— TIME (@TIME) July 26, 2018
ຂະນະທີ່ບັນດາປະເທດເດີນໜ້າສົ່ງມອບການຊ່ວຍເຫລືອໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມໃນລາວ ເຊິ່ງເປັນຜົນຈາກເຂື່ອນແຕກໃນຄັ້ງນີ້ ໂດຍລັດຖະບານລາວເປີດເຜີຍຈຳນວນຜູ້ເສຍຊີວິດແລ້ວ 27 ຄົນ, ແຕ່ຍັງສູນຫາຍອີກຢ່າງໜ້ອຍ 131 ຄົນ. ສ່ວນລາຍງານຂອງສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (UNOCHR) ລະບຸວ່າ: ມີຢ່າງໜ້ອຍ 8 ບ້ານໃນເມືອງສະໜາມໄຊ ແຂວງອັດຕະປື ຍັງຈົມຢູ່ໃຕ້ນ້ຳທີ່ຖ້ວມສູງຫລາຍແມັດ ສ້າງຄວາມເດືອດຮ້ອນໃຫ້ແກ່ປະຊາຊົນຢ່າງໜ້ອຍ 11.777 ຄົນ ໃນຈຳນວນນີ້ຫລາຍກວ່າ 6.000 ຄົນຕ້ອງອົບພະຍົບອອກຈາກເຮືອນໄປພັກອາໄສຢູ່ຕາມໂຮງຮຽນຫລາຍແຫ່ງ ເຊິ່ງໄດ້ຮັບການປ່ຽນສະພາບໃຫ້ເປັນສູນອາໄສຊົ່ວຄາວ.