ຢາກນອນຫລັບເຕັມອີ່ມ 7 ສິ່ງນີ້ບໍ່ຄວນເຮັດກ່ອນນອນ
- ງົດການໃຊ້ອຸປະກອນເອເລັກໂຕຣນິກທຸກຊະນິດ : ຈາກການວິໄຈພົບວ່າ ການຈ້ອງເບິ່ງຈໍອຸປະກອນເອເລັກໂຕຣນິກຕ່າງໆເປັນເວລາດົນຈະເຮັດໃຫ້ນອນຫລັບໄດ້ຍາກຂຶ້ນ ເນື່ອງຈາກແສງສີຟ້າ ແລະ ສີຂາວຈາກໜ້າຈໍຈະລົບກວນລະບົບການຜະລິດຮໍໂມນເມລາໂທນິນຂອງສະໝອງ ເຊິ່ງເຮັດໜ້າທີ່ເປັນດັ່ງໂມງຂອງຮ່າງກາຍວ່າຄວນເຂົ້ານອນຕອນໃດ.
ທ່ານ ອາຣຽນນາ ຮັຟຟິງຕັນ (Arianna Huffington) ຜູ້ຮ່ວມກໍ່ຕັ້ງ ແລະ ບັນນາທິການຂອງໜັງສືພິມອອນລາຍ The Huffington Post ແນະນຳວ່າ ກ່ອນເຂົ້ານອນທ່ານຄວນອ່ານໜັງສືດີໆຈັກເຫລັ້ມ ແທນການໃຊ້ອຸປະກອນເອເລັກໂຕຣນິກ.
- ບໍ່ຄວນກິນຢານອນຫລັບ (ຍົກເວັ້ນແຕ່ທ່ານມີອາການນອນບໍ່ຫລັບ) : ສູນຄວບຄຸມ ແລະ ປ້ອງກັນພະຍາດຄາດການວ່າ ປະມານ 4% ຂອງໄວໜຸ່ມອາເມລິກາ ທີ່ອາຍຸ 20 ປີຂຶ້ນໄປໃຊ້ຢານອນຫລັບເປັນໂຕຊ່ວຍ. ໃນຂະນະທີ່ ທ່ານ ແພັດທຣິກ ຟູນເລີ (Patrick Fuller) ນັກວິທະຍາສາດ ຜູ້ວິໄຈກ່ຽວກັບການນອນຫລັບຈາກມະຫາວິທະຍາໄລຮາເວີດ ກ່າວວ່າ : ຄວາມຈິງແລ້ວ ຄົນທີ່ກິນຢານອນຫລັບນັ້ນ ສ່ວນຫລາຍບໍ່ຈຳເປັນຕ້ອງເພິ່ງພາຢາເລີຍ ສິ່ງທີ່ພວກເຂົາຕ້ອງເຮັດກໍຄື ຄວນເຊົາກິນຢານອນຫລັບໃຫ້ໄດ້.
ການທີ່ທ່ານມີບັນຫາກ່ຽວກັບການນອນຫລັບ ບໍ່ໄດ້ໝາຍຄວາມວ່າ ທ່ານຈະເປັນພະຍາດກ່ຽວກັບການນອນບໍ່ຫລັບສະເໝີໄປ ສະນັ້ນ ການກິນຢານອນຫລັບຈຶ່ງບໍ່ຊ່ວຍຫຍັງຫລາຍ ເນື່ອງຈາກຢາເຫລົ່ານີ້ຈະມີຜົນຂ້າງຄຽງຕາມມາ ໄດ້ແກ່ : ອາການປວດຕາມກ້າມຊີ້ນຕ່າງໆ ຈົນໄປເຖິງການສູນເສຍຄວາມຊົງຈຳ ບໍ່ພຽງເທົ່ານັ້ນ ທ່ານ ຟູນເລີ ຍັງກ່າວຕື່ມວ່າ : ຜູ້ທີ່ກິນຢານອນຫລັບເປັນໄລຍະຍາວອາເກີດອາການເສບຕິດຈົນຕ້ອງກິນຢານອນຫລັບກ່ອນນອນເປັນປະຈຳ ທັງນີ້ບັນຫາການ ນອນຫລັບອາດຮຸນແຮງຂຶ້ນກ່ວາຕອນທີ່ຍັງບໍ່ໄດ້ກິນຢາກໍມີ.
- ງົດດື່ມເຄື່ອງດື່ມທ່ີມີອານກໍຮໍກ່ອນເຂົ້ານອນ : ໃຜໆກໍຄິດວ່າການດື່ມເຄື່ອງດື່ມອານກໍຮໍນັ້ນຈະຊ່ວຍໃຫ້ນອນຫລັບສະບາຍຍິ່ງຂຶ້ນ ແຕ່ກົງກັນຂ້າມ ມີການວິໄຈພົບວ່າ ການດື່ມເຄື່ອງດື່ມທີ່ມີອານກໍຮໍກ່ອນນອນນັ້ນຍິ່ງເຮັດໃຫ້ຫລັບຍາກຂຶ້ນ ເນື່ອງຈາກຮ່າງກາຍນຳເອົາອານກໍຮໍເຂົ້າສູ່ຂະບວນການເຜົາຜານ ແລະ ສົ່ງຜົນໃຫ້ຮ່າງກາຍຂອງທ່ານຕື່ນໂຕໄປນຳ ແລະ ຍ້ອນສາເຫດນີ້ ທ່ານກໍອາດຈະນອນອບໍ່ຫລັບໄປໝົດຄືນ.
ນອກເໜືອຈາກນັ້ນ ທ່ານ ຈູເລຍ ແຄນເດີໂຣນ (Julia Calderone) ຈາກເວັບໄຊ Tech Insider ກ່າວວ່າ : ການ ວິໄຈພົບວ່າ ການດື່ມເຄື່ອງດື່ມທີ່ມີອານກໍຮໍກ່ອນເຂົ້ານອນນັ້ນເປັນສິ່ງທີ່ບໍ່ຄວນເຮັດ ເນື່ອງຈາກອານກໍຮໍຈະເຂົ້າໄປລົບກວນການນອນຫລັບໃນໄລຍະ rapid eye movement (REM) ຫລື ໄລຍະເວລາທີ່ຮ່າງກາຍຫລັບ ແຕ່ສະໝອງຍັງຄົງເຮັດວຽກຢູ່ ເຊິ່ງເປັນໄລຍະທີ່ສຳຄັນຫລາຍຕໍ່ຄວາມຈື່ຈຳ ແລະ ສະມາທິ.
- ຫລີກເວັ້ນການເຮັດວຽກເທິງຕຽງ ຫລື ໃນຫ້ອງນອນ : ຜູ້ຊ່ຽວຊານແນະນຳວ່າ ຫ້ອງນອນນັ້ນຖືກອອກແບບມາເພື່ອໃຫ້ໃຊ້ໃນການພັກຜ່ອນ ສະນັ້ນ ເຮົາຈຶ່ງຄວນໃຊ້ຫ້ອງນອນສຳລັບການພັກຜ່ອນ ຫລື ກິດຈະກຳສຳລັບຄູ່ຮັກເທົ່ານັ້ນ ຫາກທ່ານໃຊ້ຫ້ອງນອນເຮັດວຽກ ຫລື ກິດຈະກຳອື່ນໆ ມັນກໍອາດບໍ່ສາມາດເຮັດໃຫ້ທ່ານຜ່ອນຄາຍ ຫລື ຫລັບສະບາຍໄດ້.
- ງົດກິນອາຫານ ຫລື ເຄື່ອງດື່ມທີ່ມີກາເຟອີນຫລັງເວລາ 5 ໂມງແລງ : ນັກວິໄຈໄດ້ທົດລອງໃຫ້ຜູ້ທົດລອງດື່ມກາເຟນົມເຢັນສະຕາບັກແກ້ວໃຫຍ່ສຸດ 591 ມິນລີລິດ ເຊິ່ງມີຄາເຄອີນ 400 ມິນລີກຣາມ ກ່ອນອນ 6 ຊົ່ວໂມງ ຜົນພົບວ່າ : ໄລຍະເວລາໃນການນອນຂອງຜູ້ທົດລອງຫລຸດລົງໄປ 1 ຊົ່ວໂມງ ເມື່ອປຽບກັບໄລຍະເວລາໃນການນອນຂອງຜູ້ທົດລອງທີ່ບໍ່ດື່ມກາເຟກ່ອນນອນ.
- ງົດກິນອາຫານທີ່ມີໄຂມັນຫລາຍກ່ອນເຂົ້ານອນ : ການກິນອາຫານ 1 ຊົ່ວໂມງກ່ອນນອນ ອາດເຮັດໃຫ້ຄຸນນະພາບ ແລະ ປະສິດທິພາບການນອນຫລັບຫລຸດລົງ ໂດຍສະເພາະໃນແມ່ຍິງ ການກິນອາຫານກ່ອນນອນນັ້ນມີຜົນຕໍ່ການນອນຫລັບໃນໄລຍະ REM ໂດຍສະເພາະອາຫານທີ່ມີໄຂມັນຫລາຍ. ຜູ້ຊ່ຽວຊານແນະນຳໃຫ້ກິນທັນຍາພືດຄູ່ກັບໂປຣຕິນ ເພື່ອບໍ່ໃຫ້ລົບກວນການເຜົາຜານ.
- ງົດການອອກກຳລັງກາຍ : ຫາກທ່ານຫຍຸ້ງກັບການເຮັດວຽກໝົດມື້ ແລະ ເວລາດຽວທີ່ທ່ານສາມາດອອກກຳລັງກາຍໄດ້ແມ່ນເວລາກ່ອນນອນ ທ່ານກໍຄວນອອກແບບທີ່ຊ່ວຍໃຫ້ຮູ້ສຶກຜ່ອນຄາຍ ເຊັ່ນ : ໂຢຄະ ຫລື ຍືດເສັ້ນຍືດເອັນເບົາໆ ແທນການອອກກຳລັງກາຍແບບຄາດີໂອ ເພາະມັນຈະເຮັດໃຫ້ອຸນຫະພູມຮ່າງກາຍເພີ່ມຂຶ້ນ ແລະ ນອນຫລັບຍາກຂຶ້ນ.