ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ

- 37953454 1789699124450607 7330733790941151232 n - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ
- kitchen vibe - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ

ໂດຍ: ທິດກ່ຳ

ນັບແຕ່ພາຍຸເຊີນຕິນໄດ້ ເລີ່ມຕົກໜັກຢູ່ປະເທດເຮົາແຕ່ວັນທີ 19-24 ກໍລະກົດຜ່ານ ມາ, ເຮັດໃຫ້ຫລາຍພື້ນທີ່ໃນ ທົ່ວປະເທດໄດ້ຮັບຜົນກະທົບຢ່າງກວ້າງຂວາງໜັກໜ່ວງ ແລະ ບາງບ່ອນກໍກາຍເປັນ ໂສກນາດຕະກຳທີ່ບໍ່ເຄີຍມີມາໃນສະໄໝປະຫວັດສາດຂອງຊາດເຮົາ.

- Visit Laos Visit SALANA BOUTIQUE HOTEL - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ
- Visit Laos Visit SALANA BOUTIQUE HOTEL - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ

 

ຝົນ​ຕົກ​ຫນັກ​ເຮັດ​ໃຫ້​ຫລາຍ​ທ້ອງ​ຖິ່ນ​ເກີດ​ໄພ​ນ້ຳຖ້ວມ

ນະຄອນຫລວງ​ວຽງຈັນ​ກຽມຄວາມ​ພ້ອມ​ຮັບ​ມື​ບັນຫານ້ຳຖ້ວມ​ໃນ​ລະດູຝົນ

ສະເພາະພາກເໜືອ ໜັກ ກວ່າໝູ່ແມ່ນແຂວງອຸດົມໄຊ, ຜ່ານການສະຫລຸບຜົນເສຍ ຫາຍໃນເບື້ອງຕົ້ນກໍມີເຖິງ 1.631 ກວ່າລ້ານກີບ. ໃນນີ້, ມີ 3 ເມືອງໄດ້ຮັບຜົນກະທົບ ໜັກ ຄື: ເມືອງແບງ, ເມືອງ ປາກແບ່ງ ແລະ ເມືອງຮຸນ, ໃນ 3 ເມືອງທີ່ວ່ານີ້ເສຍຫາຍ ໜັກກວ່າໝູ່ແມ່ນເມືອງແບງ ຖືກນ້ຳຖ້ວມ 17 ບ້ານ, 777 ຄົວເຮືອນ, 125 ຫລັງຄາ ເຮືອນ, ມີດິນເຈື່ອນຖົມ 5 ຫລັງຄາເຮືອນ, ເນື້ອທີ່ນາ ຖືກ ເສຍຫາຍ 227 ເຮັກຕາ, ສວນສາລີ 205 ເຮັກຕາ, ງົວ ຕາຍໄຫລນ້ຳ 24 ໂຕ ແລະ ໜອງປາ 18 ໜອງ.

ສ່ວນວ່າທາງພາກກາງ ທີ່ໄດ້ຮັບຜົນກະທົບກໍມີເມືອງບົວລະພາແຂວງຄຳມ່ວນ ແລະ ພາກໃຕ້ໜັກກວ່າໝູ່ແມ່ນ ເມືອງສະໜາມໄຊແຂວງອັດຕະປື ຈົນກາຍເປັນໂສກນາດ ຕະກຳທີ່ບໍ່ເຄີຍເຫັນມາແຕ່ສະໄໝພໍ່ແມ່ປູ່ຍ່າຕາຍາຍ.

ສາເຫດທີ່ກາຍເປັນ ໂສກນາດຕະກຳຢ່າງໃຫຍ່ ຫລວງ ກໍແມ່ນເກີດຈາກຝົນ ຕົກໜັກເຮັດໃຫ້ເຂື່ອນເຊປ່ຽນ-ເຊນ້ຳນ້ອຍເກີດຊຳລຸດ ແລ້ວ ແຕກນ້ຳທະລຸເປັນວົງກວ້າງຊຸທັ່ງເອົາເຮືອນຊານບ້ານຊ່ອງ ຕະຫລອດຮອດປະຊາຊົນ ຫລາຍພັນຄົນໃນຫລາຍໝູ່ ບ້ານ, ນັບທັງສັດສາວາສິ່ງ ແລະ ຊັບສິນຕ່າງໆຖືກເສຍ ຫາຍຢ່າງຮາບຄາບ. ຈົນມາ ຮອດປັດຈຸບັນ, ທາງໜ່ວຍ ງານພາກລັດ, ການຈັດຕັ້ງ ສັງຄົມຕະຫລອດເພື່ອນມິດ ທີ່ຢູ່ພາຍໃນ ແລະ ຕ່າງປະເທດ ກໍໄດ້ສຸມທຸກກຳລັງເຂົ້າໃນ ການກູ້ໄພໃນຄັ້ງນີ້ຢ່າງບໍ່ລົດລະ ແລະ ເຄັ່ງຮ້ອນທີ່ສຸດ ເຫດ ການເຂື່ອນແຕກຢູ່ແຂວງ ອັດຕະປືເປັນໂສກນາດຕະກຳທີ່ບໍ່ເຄີຍມີມາ ແລະ ບໍ່ເຄີຍເຫັນ ມາໃນຍຸກປະຫວັດສາດຂອງ ຊາດລາວເຮົາ.

ເວົ້າເຖິງໄພແລ້ງ ຫລື ນໍ້າຖ້ວມຕາມລະດູການນັ້ນ ໃນປະຫວັດສາດຂອງຊາດ ລາວເຮົາຜ່ານມາມັນກໍຫາກມີ, ການເສຍຫາຍກໍບໍ່ເຖິງຂັ້ນ ຈິບຫາຍວາຍວອດ, ແຕ່ມາໃນ ຍຸກນີ້ຖືວ່າເປັນມະຫັນຕະໄພ ທີ່ຮ້າຍແຮງທີ່ສຸດສຳລັບຢູ່ ບ້ານເຮົາ.
ການໄດ້ຮັບຜົນກະທົບ ຈາກໄພທຳມະຊາດໃນຫລາຍປີຜ່ານມາພວກເຮົາເຄີຍໄດ້ ຍິນແຕ່ຢູ່ບ້ານເພິ່ນ ແຕ່ເວລາ ນີ້ມັນ ໄດ້ມາເຖິງບ້ານເຮົາ ເມືອງເຮົາແລ້ວ.

ເມື່ອຕັ້ງໂຈດກັນວ່າ ເປັນຫຍັງເຂື່ອນຈຶ່ງແຕກ? ຄຳຕອບກໍຄືເຂື່ອນບໍ່ຮັບປະ ກັນຄຸນນະພາບ, ສົມທົບກັບ ການ ບໍລິຫານຈັດການນໍ້າບໍ່ດີ ຈຶ່ງພາໃຫ້ເກີດສະພາບຫາຍ ຍານະຄືແນວນີ້, ການສູນ ເສຍຊີວິດ ແລະ ຊັບສິນອັນ ເນື່ອງ ມາຈາກເຂື່ອນແຕກ ໃນຄັ້ງນີ້ເປັນຕຳລາອັນວິເສດສຳລັບການສ້າງເຂື່ອນຢູ່ ບ້ານເຮົາໃນປັດຈຸບັນ ແລະ ອານາຄົດ.

ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ ເພື່ອໃຫ້ປະເທດໄດ້ຫລຸດພົ້ນ ອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນານັ້ນ ເປັນ ນະໂຍບາຍທີ່ຖືກຕ້ອງສອດ ຄ່ອງຂອງພັກ ແລະ ລັດຖະ ບານເຮົາ ແຕ່ອັນສຳຄັນນັ້ນ ຂອດປະຕິບັດຕ້ອງໃຫ້ຮັບ ປະກັນຄຸນນະພາບ, ການບໍລິ ຫານຈັດການຕ້ອງດີ ເຮັດ ແນວໃດເພື່ອບໍ່ໃຫ້ມີຜົນກະ ທົບຕໍ່ຊີວິດ ແລະ ຊັບສິນຂອງ ປະຊາຊົນ, ສະພາບການ ສໍ້ ລາດບັງຫລວງຢູ່ບ້ານເຮົາໃນຫລາຍປີຜ່ານມາແມ່ນເກືອບ ເວົ້າໄດ້ວ່າເປັນວົງກວ້າງ ແລະ ເຂົ້າກະດູກດຳ, ອັນເປັນສາ ເຫດໜຶ່ງທີ່ເຮັດໃຫ້ຫລາຍຄົນຕ້ອງມາຮັບເຄາະຍ້ອນກຸ່ມ ຄົນຈຳນວນໜຶ່ງທີ່ຄິດເຫັນ ແຕ່ຜົນປະໂຫຍດຂອງຕົນເອງ, ບໍ່ຄິດເຫັນຄວາມປອດໄພ ຂອງຄົນໃນຊາດ.

- 37953454 1789699124450607 7330733790941151232 n - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ
(ພາບປະກອບ)

- 5 - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ
- 3 - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ
- 4 - ຝົນຕົກໜັກເກີດນ້ຳຖ້ວມປະຊາຊົນໄດ້ຮັບຜົນກະທົບ