ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ

- 36915619 498377807281398 9176409743453847552 n - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ
- kitchen vibe - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ

ຄະນະກໍາມະການຄວບ ຄຸມ ແລະ ປ້ອງກັນໄພ ພິບັດ ແຂວງຄໍາມ່ວນ ລາຍງານ ໃຫ້ ຮູ້ວ່າ: ພາຍຫລັງມີຝົນຕົກ ຕິດຕໍ່ຫລາຍວັນແຕ່ວັນທີ 16 ກໍລະກົດເປັນຕົ້ນມາ, ໄດ້ ເຮັດ ໃຫ້ລະດັບນໍ້າຂອງ, ນໍ້າເຊ, ນໍ້າຫີນບູນ ແລະ ສາຂາ ແມ່ ນໍ້າສາຍຕ່າງໆ ໄດ້ເພີ່ມຂຶ້ນ ຢ່າງໄວວາ ແລະ ຍຶ່ງຖ້ວມ ເຮືອນຊານບ້ານຊອງ ປະຊາຊົນໃນຫລາຍເມືອງ, ສົ່ງຜົນໃຫ້ເສັ້ນທາງລະ ຫວ່າງເມືອງຖືກຕັດຂາດ ການສັນຈອນໄປມາຂອງ ປະຊາຊົນພົບຄວາມຫຍຸ້ງ ຍາກ, ພ້ອມເຮັດໃຫ້ເນື້ອ ທີ່ທໍາການຜະລິດນາປີຢູ່ 8 ເມືອງຄື: ບົວລະພາ, ຫີນ ບູນ, ທ່າແຂກ, ໄຊບົວທອງ, ຍົມມະລາດ, ມະຫາໄຊ, ໜອງບົກ, ເຊບັ້ງໄຟ ເປັນຈຳ ນວນຫລາຍໄດ້ຮັບຄວາມ ເສຍຫາຍ. ສ່ວນລະດັບນໍ້າ ທີ່ວັດແທກໃນວັນທີ 26 ກໍລະ ກົດນີ້ຄື: ນໍ້າຂອງຢູ່ລະດັບ 11,52 ແມັດ ຖືວ່າໃກ້ (ເຂດ ເຕືອນໄພ 13 ແມັດ ແລະ ເຂດອັນຕະລາຍ 14 ແມັດ), ນໍ້າເຊບັ້ງໄຟຢູ່ລະດັບ 15,21 ແມັດ ຖືວ່າກາຍເຂດອັນຕະ ລາຍແລ້ວ (15 ແມັດ) ແລະ ເມືອງເຊບັ້ງໄຟ ລະດັບນໍ້າ ຢູ່ລະດັບ 20,32 ແມັດ ເຊິ່ງ ກາຍເຂດອັນຕະລາຍ 18,50 ແມັດແລ້ວ. ຕໍ່ສະພາບການ ດັ່ງກ່າວ, ຄະນະກໍາມະການ ຄວບຄຸມ ແລະ ປ້ອງກັນໄພ ພິບັດແຂວງ ໄດ້ອອກແຈ້ງ ການເຕືອນໄພເຝົ້າລະວັງ ສະພາບການປ່ຽນແປງ ຂອງດິນຟ້າອາກາດໃຫ້ ແຕ່ລະເມືອງຮັບຊາບ, ໄປ ຄຽງຄູ່ກັບຂໍການສະໜັບ ສະໜູນຈາກສັງຄົມເພື່ອ ຊ່ວຍບັນເທົ່າທຸກ ປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກ ໄພທໍາມະຊາດຄັ້ງນີ້. ນອກ ນີ້, ຍັງໄດ້ແຕ່ງຕັ້ງຄະນະ ສະເພາະກິດເພື່ອແກ້ໄຂ ສຸກເສີນໃນໄລຍະນໍ້າຖ້ວມ ແລະ ຫລັງຈາກນໍ້າຫລຸດ ລົງເປັນປົກກະຕິ ເພື່ອໃຫ້ ກັບຄືນສູ່ສະພາບປົກກະຕິ ໂດຍໄວ.

 

- Visit Laos Visit SALANA BOUTIQUE HOTEL - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ
- Visit Laos Visit SALANA BOUTIQUE HOTEL - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ

ນ້ຳຖ້ວມລັດມອນຫລັງຝົນຕົກໜັກ

ຝົນ​ຕົກ​ຫນັກ​ເຮັດ​ໃຫ້​ຫລາຍ​ທ້ອງ​ຖິ່ນ​ເກີດ​ໄພ​ນ້ຳຖ້ວມ

- 36915619 498377807281398 9176409743453847552 n - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ
(ພາບປະກອບ)

- 4 - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ
- 5 - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ
- 3 - ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ