ຄະນະຊາວໜຸ່ມຕະລຸມບອນລົງຊ່ວຍຜູ້ປະສົບໄພນ້ຳຖ້ວມແຂວງອັດຕະປື
ພາຍຫລັງເກີດເຫດນ້ຳຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ຢ່າງຮ້າຍແຮງເນື່ອງຈາກເຂື່ອນກັນນ້ຳໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກເມື່ອຫົວຄໍ່າຂອງວັນທີ 23 ກໍລະກົດຜ່ານມາ ອັນໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍໃຫ້ແກ່ຊີວິດ ແລະ ຊັບສິນຂອງຊາວເມືອງດັ່ງກ່າວ ແລະ ດ້ວຍນ້ຳໃຈສາມັກຄີຮັກແພງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ. ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ນຳຄະນະຊາວໜຸ່ມຕະລຸມບອນ ພ້ອມກຳລັງແຮງ ແລະ ວັດຖຸສິ່ງຂອງຕ່າງໆ ລົງສົມທົບຄະນະຊາວໜຸ່ມແຂວງບໍລິຄຳໄຊ, ຄຳມ່ວນ ລົງຊ່ວຍເຫລືອຜູ້ປະສົບໄພດັ່ງກ່າວໄດ້ຢ່າງທັນການ ບົນຈິດໃຈມູນເຊື້ອປະຕິວັດທີ່ໄດ້ອົບຮົມບົ່ມເພາະມາແຕ່ດົນນານແລ້ວນັ້ນໄດ້ກາຍເປັນກຳລັງແຮງ ແລະ ນ້ຳໃຈເສຍສະຫລະອັນສູງສົ່ງ ເພື່ອຊາດ ແລະ ເພື່ອປະຊາຊົນລາວບັນດາເຜົ່າ ບົນຄຳຂວັນທີ່ວ່າ: ບ່ອນໃດຍາກຊາວໜຸ່ມບຸກ, ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ແລະ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ ເພື່ອແບ່ງເບົາຄວາມທຸກໂສກເສົ້າຂອງຜູ້ປະສົບເຄາະຮ້າຍດັ່ງກ່າວໃຫ້ສາມາດຟື້ນຟູສະພາບຈິດໃຈ ແລະ ຊີວິດການເປັນຢູ່ຂອງຕົນຄືນສູ່ສະພາບປົກກະຕິໂດຍໄວ.