ເດັກເກີດມາຕົວນ້ອຍທີ່ສຸດ ໃນອາຊີໃຕ້ທີ່ມີຊີວິດລອດ
ເຊີຣີ ຊາວອິນເດຍ ສ້າງສະຖິຕິເປັນເດັກເກີດໃໝ່ຕົວນ້ອຍທີ່ສຸດໃນອາຊີໃຕ້ທີ່ມີຊີວິດລອດ, ຫລັງຈາກຄອດກ່ອນກຳນົດໃນເດືອນກຸມພາຜ່ານມາ ດ້ວຍນ້ຳໜັກພຽງ 375 ກຣາມ. ການລອດຊີວິດຂອງນາງຊ່ວຍຈຸດປະກາຍຄວາມຫວັງໃຫ້ບັນດາພໍ່ແມ່ທີ່ມີລູກນ້ອຍເກີດມາໂດຍມີນ້ຳໜັກນ້ອຍກວ່າປົກກະຕິ.
ນາງ ເຊີຣີ ມືນຕາເບິ່ງໂລກຂະນະທີ່ມີອາຍຸພຽງ 25 ອາທິດ. ແພດລະບຸວ່າ: ໂດຍປົກກະຕິ ເດັກອາຍຸປະມານນີ້ຈະມີນ້ຳໜັກລະຫວ່າງ 600-800 ກຣາມ ເຊິ່ງໃນກໍລະນີຂອງ ເຊີຣີ ນັ້ນ ມີນ້ຳໜັກເກີດປະມານເຄິ່ງໜຶ່ງຂອງນ້ຳໜັກທີ່ຄວນເປັນ ສົ່ງຜົນໃຫ້ ເຊີຣີ ຕ້ອງປິ່ນປົວຢູ່ໂຮງໝໍໃນເມືອງໄຮເດີຣາບາດຂອງອິນເດຍປະມານ 128 ວັນ ກ່ອນຈະແຂງແຮງພໍຈົນແພດອະນຸຍາດໃຫ້ກັບເຮືອນໄດ້ເມື່ອມໍ່ໆນີ້.
ດຣ. ດິເນຊ ກຸມາຣ ແຫ່ງໂຮງໝໍເຣນໂບ ຜູ້ເບິ່ງແຍງ ເຊີຣີ ບອກວ່າ: ຜ່ານມາ ອິນເດຍບໍ່ເຄີຍມີເດັກນ້ຳໜັກນ້ອຍກວ່າ 400 ກຣາມທີ່ລອດຊີວິດມາກ່ອນ ເຊິ່ງກໍລະນີຂອງ ເຊີຣີ ຖືເປັນການສົ່ງຂ່າວດີໃຫ້ພໍ່ແມ່ຈຳນວນຫລາຍທີ່ມີຂໍ້ສົງໄສວ່າ: ເດັກທີ່ນ້ຳໜັກເກີດນ້ອຍກວ່າປົກກະຕິຈະມີໂອກາດລອດຊີວິດ ຫລື ບໍ່.
ສ່ວນເດັກຕົວນ້ອຍທີ່ສຸດໃນໂລກທີ່ລອດຊີວິດນັ້ນ ຄື ຣູໄມຊາ ເຣມານ ທີ່ມືນຕາເບິ່ງໂລກໃນອາເມລິກາ ໃນປີ 2005 ດ້ວຍນ້ຳໜັກເກີດພຽງ 244 ກຣາມ.