ລະວັງ! ໄພທຳມະຊາດຈະເກີດຂຶ້ນ
ດັ່ງພວກເຮົາຮູ້ນໍາກັນຢູ່ແລ້ວວ່າ ໄລຍະນີ້ເປັນໄລຍະ ທີ່ຟ້າຝົນຊົນລະທາກໍາລັງຕົກລິນເກືອບທຸກໆມື້ ເຊິ່ງໄດ້ເລີ່ມ ຮ້າຍແຮງມາແຕ່ ກາງເດືອນ ກໍລະກົດນີ້ ເຮັດໃຫ້ຖະໜົນຫົນ ທາງທີ່ເປັນຫົນທາງດິນແດງເປ້ເພເສຍຫາຍຢ່າງໜັກ ໜ່ວງສົ່ງຜົນ ເຮັດໃຫ້ການ ສັນ ຈອນໄປ-ມາພົບຄວາມ ຫຍຸ້ງຍາກລໍາບາກຫຼາຍນັບ ທັງຕົວເມືອງ ແລະ ຊົນນະບົດ, ພ້ອມດຽວກັນນັ້ນ, ກໍ ຍັງມີຫຼາຍທ້ອງຖິ່ນຖືກນໍ້າ ຖ້ວມຂັງເຮືອນຊານບ້ານ ຊອ່ງ, ຖ້ວມໄຮ່ນາຮົ້ວສວນ, ເລົ້າເຂົ້າ , ຜົນລະປູກຕ່າງໆ ແລະ ສັດລ້ຽງ ປະຊາຊົນ ຈໍານວນຫຼາຍຖືກນໍ້າຖ້ວມ ພັດໄຫຼໄປ, ເປັນຕົ້ນແມ່ນຢູ່ ເມືອງ ສະນາມໄຊ, ແຂວງ ອັດຕະປືຍ້ອນໄພທໍາມະຊາດຈາກເຂື່ອນໄຟຟ້າເຊປຽນ- ເຊນໍ້ານ້ອຍທະລຸຍິ່ງສ້າງ ຄວາມເສຍຫາຍຫຼວງຫຼາຍ ນັບທັງຊີວິດ ແລະ ຊັບສິນ ຢ່າງ ບໍ່ນັບພັນລະນາໄດ້.
+ ຫລາຍເມືອງຂອງແຂວງຄຳມ່ວນປະສົບໄພນ້ຳຖ້ວມ
+ ນັກວິທະຍາສາດຊີ້ໄພທຳມະຊາດໜັກ ທົ່ວໂລກຕອນນີ້ເປັນຍ້ອນ ການປ່ຽນແປງສະພາບອາກາດ
ມາຮອດປັດຈຸບັນນີ້, ສະ ພາບດິນຟ້າອາກາດດັ່ງກ່າວກໍຍັງຄົງສືບຕໍ່ມີຝົນຕົກລົງ ມາຢ່າງບໍ່ຂາດໄລຍະ ເຮັດໃຫ້ ມີຄວາມສ່ຽງທີ່ຈະເກີດໄພ ທໍາມະຊາດຢູ່ຫຼາຍແຫ່ງ. ດັ່ງ ນັ້ນ, ຈຶ່ງຮຽກຮອງໃຫ້ ປະຊາ ຊົນພົນລະເມືອງເຮົາໃນທົ່ວ ໄປເທດໂດຍສະເພາະຜູ້ອາ ໄສຢູ່ຕາມແຄມນໍ້າລໍາເຊ ຕ່າງໆ ຈົ່ງມີສະຕິລະມັດ ລະວັງຕໍ່ນໍ້າຖ້ວມ, ດິນເຊາະ ເຈື່ອນ, ຕົ້ນໄມ້ຫັກລົງມາ ແລະ ອື່ນໆທີ່ອາດເກີດອັນ ຕະລາຍຕໍ່ຊີວິດ ແລະ ຊັບ ສິນເຮືອນຊານຂອງຕົນ, ດັ່ງສະພາບເສົ້າສະລົດໃຈຢູ່ເມືອງສະໜາມໄຊ ທີ່ພວມ ປະສົບຢູ່ໃນປັດຈຸບັນ.
