ມາດຣິດ ຢືນຢັນ ເບລ ບໍ່ໄດ້ຍ້າຍທີມແນ່ນອນ
August 1, 2018 - 5:13 PM
ຢູເລນ ໂປເຕກີ ຜູ້ຈັດການທີມຄົນໃໝ່ຂອງສະໂມສອນ ຣີລ ມາດຣີດ ຢືນຢັນວ່າ: ແກເລດ ເບລ ຈະຍັງຢູ່ກັບສະໂມສອນຕໍ່ໄປ ໃນລະດູການໜ້ານີ້ ເພື່ອເປັນຕົວແທນຂອງ ຄຣີສເຕຍໂນ ໂຣນັລໂດ້ ທີ່ຍ້າຍໄປຫລິ້ນໃຫ້ແກ່ສະໂມສອນ ຢູເວນຕຸສ ສະໂມສອນຍັກໃຫຍ່ໃນອີຕາລີ.
ຜູ້ຈັດການທີມ ເປີດເຜີຍວ່າ: ຕົນເອງໄດ້ລົມກັບ ເບລ ຄືລົມກັບຄົນອື່ນ ເຂົາມີຄວາມສຸກໃນການຫລິ້ນໃຫ້ແກ່ສະໂມສອນ ຣີລ ມາດຣີດ ແລະ ນີ້ເປັນໂອກາດດີທີ່ເຂົາຈະໄດ້ສະແດງຄວາມສາມາດ ເຖິງວ່າຜ່ານມາເຮົາຈະຄິດຢູ່ສະເໝີວ່າ ຄຣີສເຕຍໂນ ໂຣນັລໂດ້ ເປັນໜຶ່ງນັກເຕະທີ່ມີຄວາມສໍາຄັນທີ່ສຸດໃນສະໂມສອນ ແຕ່ວ່າເຂົາເລືອກທີ່ຈະຍ້າຍທີມ ແຕ່ພວກເຮົາກໍຍອມໃຫ້ເຂົາໄປ ແລະ ຫວັງວ່າເຂົາຈະໂຊກດີ. ຂະນະທີ່ ເບລ ກໍເປັນນັກເຕະຊັ້ນຍອດຄືກັນທີ່ມີຄວາມສາມາດຄືກັນ ຕົນເອງຈຶ່ງໝັ້ນໃຈວ່າ ເບລ ຈະສາມາດແທນ ຄຣີສເຕຍໂນ ໂຣນັລໂດ້ ໄດ້.