ຮອງລັດຖະມົນຕີຕ່າງປະເທດເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມອຶ່ນໆທີ່ກ່ຽວຂ້ອງຢູ່ສິງກະໂປ

ໃນວັນທີ 31 ກໍລະກົດ 2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ,ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຊຶ່ງຈັດຂຶ້ນໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ພາຍໃຕ້ການເປັນປະທານຂອງ ສິງກະໂປ.
ກອງປະຊຸມດັ່ງກ່າວ ໄດ້ປຶກສາຫາລື ກ່ຽວກັບ ການສືບຕໍ່ສ້າງຄວາມເຂັ້ມແຂງຂອງປະຊາຄົມ ການເມືອງ-ຄວາມຫມັ້ນຄົງອາຊຽນ ກໍຄື ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ແລະ ຮັບຟັງຜົນຂອງກອງປະຊຸມເຄຶອຂ່າຍເມືອງທັນສະໄຫມອາຊຽນ ຊຶ່ງໄດ້ຮັບຮອງເອົາແຜນວຽກ ວ່າດ້ວຍ ເຄຶອຂ່າຍເມືອງທັນສະໄຫມ ອາຊຽນ (ASEAN Smart Cities Framework) ແລະ ແຜນປະຕິບັດງານເມືອງທັນສະໄໝ (Smart City Action Plans) ຂອງບັນດາເມືອງຕົວແບບທັງໝົດ 26 ຕົວເມືອງ ຈາກ 10 ປະເທດສະມາຊິກອາຊຽນ ຊຶ່ງເອກະສານດັ່ງກ່າວ ຈະນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 33 ໃນເດືອນ ພະຈິກ 2018 ເພື່ອຮັບຮອງ.
ພ້ອມນີ້, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບ ການກະກຽມທາງດ້ານເນື້ອໃນ ແລະ ດ້ານອື່ນໆສໍາລັບກອງປະຊຸມລັດຖະມົນຕີຕ່າງປະເທດຕ່າງໆ ເຊັ່ນ: ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51, ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຄູ່ເຈລະຈາອາຊຽນ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກສາມ ຄັ້ງທີ 19, ກອງປະຊຸມລັດຖະມົນຕີຕ່າງ ປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 8, ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 25 ແລະ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນີວເຄລຍອາຊີຕາເວັນອອກສ່ຽງໃຕ້, ໃນລະຫວ່າງ ວັນທີ 1-4 ສິງຫາ 2018 ລວມທັງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2018.
ໃນກອງປະຊຸມຄັ້ງນີ້, ບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຍັງໄດ້ສະແດງຄວາມເສົ້າສະຫຼົດໃຈ ແລະ ຄວາມເຫັນໃຈຕໍ່ ລັດຖະບານ ແລະ ປະຊາຊົນລາວ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢ່າງກະທັນຫັນ ທີ່ເກີດຈາກຄູກັນນໍ້າຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ຢູ່ ອັດຕະປື ໃນວັນທີ 23 ກໍລະກົດ 2018 ລວມທັງ ສະແດງຄວາມເສຍໃຈຕໍ່ປະເທດສະມາຊີກອາຊຽນອື່ນໆທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ກໍຄື ເຫດການແຜ່ນດິນໄຫວທີ່ເກີດຂຶ້້ນທີ່ ລົມບອກ, ອິນໂດເນເຊຍ.
ໃນວັນດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ຊຶ່ງກອງປະຊຸມດັ່ງກ່າວ ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອສົ່ງເສີມການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍ ການສ້າງອາຊຽນໃຫ້ເປັນເຂດປອດອາວຸດນິວເຄລຍ 2018-2022 ແລະ ໄດ້ຮັບຊາບຜົນກອງປະຊຸມຂອງເຄືອຂ່າຍອົງການປະລາມະນູອາຊຽນ ເປັນຕົ້ນແມ່ນ ການຮ່າງແຜນວຽກ 5 ປີ, ການສ້າງກົນໄກການຮ່ວມມືລະຫວ່າງອາຊຽນ ແລະ ອົງການປະລາມະນູສາກົນໃນຂົງເຂດວຽກງານວິທະຍາສາດເຕັກໂນໂລຢີ ແລະ ການນໍາໃຊ້ນິວເຄລຍເພື່ອຄວາມຫມັ້ນຄົງ ແລະ ປອດໄພ.