ປກສ ແຂວງວຽງຈັນມອບເງິນຊ່ວຍເຫລືອໃຫ້ແກ່ຜູ້ປະສົບໄພ ທີ່ແຂວງອັດຕະປື 120 ລ້ານກີບ
ໃນວັນທີ 30 ກໍລະ ກົດຜ່ານມານີ້, ກອງບັນ ຊາການ ປກສ ແຂວງວຽງ ຈັນ ໄດ້ນຳເງິນ 120 ລ້ານ ກີບ ທີ່ລະດົມໄດ້ຈາກພະນັກ ງານ-ນັກຮົບ, ທົ່ວກອງບັນ ຊາການ ປກສ ແຂວງຂອງ ຕົນ ໄປມອບໃຫ້ຫ້ອງວ່າ ການປົກຄອງແຂວງ ເພື່ອ ໄປມອບໃຫ້ຜູ້ປະສົບໄພຈາກ ເຫດການອຸປະຕິເຫດໂຄງ ການກໍ່ສ້າງເຂື່ອນເຊປ່ຽນ- ເຊນ້ຳນ້ອຍທະລຸ, ເຊິ່ງ ພິທີມອບ-ຮັບເງິນ ດັ່ງກ່າວ ໄດ້ຈັດຂຶ້ນທີ່ ຫ້ອງວ່າການ ປົກຄອງແຂວງ ລະຫວ່າງ ທ່ານ ນາງ ສິງຄຳ ຄົງສະ ຫວັນ ຮອງເຈົ້າແຂວງ ວຽງ ຈັນ ແລະ ທ່ານ ພັອ ທອງ ເຄນ ບຸນໜັ້ນ ຫົວໜ້າກອງ ບັນຊາການ ປກສ ແຂວງ.
ນອກຈາກກອງບັນຊາການ ປກສ ແຂວງວຽງຈັນ ແລ້ວຍັງມີບັນດາພະແນກ ການ, ອົງການ, ກົມກອງ, ເມືອງ, ທັງພາກລັດ, ເອກະ ຊົນ ແລະ ປະຊາຊົນທົ່ວ ແຂວງວຽງຈັນ ກໍໄດ້ນໍາ ເອົາເຄື່ອງອຸປະໂພກ-ບໍລິ ໂພກ ແລະ ວັດຖຸປັດໃຈ ຕ່າງໆ ລວມມູນຄ່າທັງໝົດ 500 ລ້ານກວ່າກີບ.
ເພື່ອຊ່ວຍບັນເທົາ ທຸກໃຫ້ເຂົາເຈົ້າມີເງື່ອນ ໄຂຟື້ນຟູຊີວິດການເປັນ ຢູ່ກັບສູ່ສະພາບປົກກະຕິ ໂດຍໄວ./.
+ ຫລາຍພາກສ່ວນນຳເອົາວັດຖຸສິ່ງຂອງມາມອບໃຫ້ອົງການກາແດງລາວຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງອັດຕະປື
+ ແມ່ທັບ 11 ປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມເມືອງສະໜານໄຊ