4 ວິທີລ້ຽງລູກທີ່ເບິ່ງຄືຈະດີ ແຕ່ກາຍເປັນການສອນລູບແບບຜິດໆ
August 2, 2018 - 3:21 PM
ການລ້ຽງລູກເປັນເລື່ອງທີ່ລະອຽດອ່ອນ ແລະ ບໍ່ມີສູດ ແລະ ແຕ່ລະຄອບຄົບຕ້ອງປັບການລ້ຽງລູກໃຫ້ເໝາະກັບສະຖານະການຂອງຕົນເອງ. ນີ້ຄືຕົວຢ່າງການລ້ຽງລູກທີ່ເບິ່ງຄືຈະດີ ແຕ່ກັບກາຍເປັນການສ້າງນິໄສທີ່ບໍ່ດີໃຫ້ກັບລູກ ໂດຍສະເພາະໃນເລື່ອງການເງິນ.
- ໃຫ້ສິ່ງທີ່ດີທີ່ສຸດກັບລູກ ພຽງເພາະສິ່ງນັ້ນ ມີ “ລາຄາແພງທີ່ສຸດ”
- ຫາວິທີພັກດັນໃຫ້ລູກຕັ້ງໃຈຮຽນດ້ວຍ “ຂອງລາງວັນ” ການລ້ຽງລູກແບບນີ້ອາດຈະເຮັດໃຫ້ລູກເສບຕິດການໄດ້ລາງວັນ ຫຼື ເຮັດຫຍັງກໍຫວັງແຕ່ຜົນຕອບແທນສະເໝີ ໂດຍບໍ່ສາມາດພັກດັນໃຫ້ຕົນເອງເຮັດຫຍັງໄດ້ສໍາເລັດໄດ້ດ້ວຍຕົນເອງ ຊຶ່ງເປັນທັດສະນະຄະຕິທີ່ຂ້ອນຂ້າງອັນຕະລາຍເມື່ອເປັນຜູ້ໃຫຍ່.
- ບໍ່ໃຫ້ລູກເຮັດວຽກລະຫວ່າງຮຽນ ເພື່ອໃຫ້ຕັ້ງໃຈຮຽນໄດ້ເຕັມທີ່, ແຕ່ທີ່ຈິງແລ້ວ ການເປີດໂອກາດໃຫ້ລູກໄດ້ຊີມລົດຊາດຊີວິດການເຮັດວຽກ ຈະເຮັດໃຫ້ເຂົາໄດ້ເຫັນພາບຊີວິດການເຮັດວຽກຢ່າງຈິງຈັງ, ຝຶກຈັດການກັບຊີວິດຕົນເອງ, ແບ່ງເວລາ ແລະ ຮູ້ຈັກຄຸນຄ່າຂອງເງິນ, ນອກນີ້, ລູກໆຍັງຈະໄດ້ເຂົ້າໃຈຕົນເອງຫຼາຍຂຶ້ນວ່າມັກເຮັດວຽກແບບໃດ, ຢາກຮຽນຫຍັງ ເປັນການລ້ຽງລູກທີ່ເຮັດໃຫ້ລູກໄດ້ຮູ້ຈັກຕົນເອງທາງໜຶ່ງດ້ວຍ.
- ຊ່ວຍຈັດການເລື່ອງການເງິນແທນລູກ: ພໍ່ແມ່ຫຼາຍຄົນອາດຫວັງດີ ຢາກຈະສອນລູກເລື່ອງການເກັບເງິນໄວ້ໃຊ້ສໍາລັບເລື່ອງຈໍາເປັນໃນອະນາຄົດ ແຕ່ບາງທີກໍລາມໄປເຖິງຕອນລູກໃຫຍ່ແລ້ວ ແລະ ຊ່ວຍລູກຈັດການເກັບເງິນອອມ ກວ່າຈະຮູ້ສຶກຕົວ ລູກໆກໍຕິດນິໄສໃຊ້ຈ່າຍເງິນໄປວັນໆ ຕາມທີ່ມີໃນບັນຊີ ໂດຍບໍ່ໄດ້ຈັດການຫຍັງເອງເລີຍ, ທາງທີ່ດີຄວນໃຫ້ລູກຈັດການເລື່ອງການເກັບທ້ອນເງິນຂອງຕົນເອງ ແລະ ຝຶກນິໄສໃນການໃຊ້ເງິນໃຫ້ເປັນ.