ສູ້ສົມສັກສີ ຢູ 16 ລາວ ບຽດຊະນະ ສິງກະໂປ 2-1
ນັກກິລາບານເຕະທີມຊາດ ຢູ16 ລາວ ລົງສະໜາມຄັ້ງທີ 2 ສູ້ສົມສັກສີ ບຽດຊະນະ ທີມຊາດສິງກະໂປ 2-1 ໃນວັນທີ 1 ສິງຫານີ້ ທີ່ສະໜາມ JOKO SAMUDRO STADIUM ຂອງການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸ 16 ປີ ຫລື AFF U16 CHAMPIONSHIP 2018.
ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸ 16 ປີ ຫລື AFF U16 CHAMPIONSHIP 2018 ມີ ທີມເຂົ້າຮ່ວມທັງຫມົດ 11 ປະເທດ ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ເອ ປະກອບມີ: ຫວຽດນາມ, ມຽນມາ, ກຳປູເຈຍ, ອິນໂດເນເຊຍ, ຕີມໍ ເລສເຕ ແລະ ຟີລິບປິນ. ສ່ວນກຸ່ມ ບີ ປະກອບມີ: ໄທ, ມາເລເຊຍ, ລາວ, ບຣູໄນ ແລະ ສິງກະໂປ.
ການລົງສະໜາມຄັ້ງທີ 2 ທີມຊາດລາວ ໄດ້ 2 ປະຕູຈາກເບີ 10 ທ້າວ ໂຈນີ ແຫວນປະເສີດ ນາທີ 16, 54 ແລະ ສິງກະໂປ ມາໄດ້ປະຕູຕີໄຂ່ແຕກໃນໄລຍະທ້າຍເກມຈາກ Chua Zikos Vasileios Ming Xun ນາທີ 77. ສໍາລັບຕາຕະລາງການລົງສະໜາມຂອງ ທີມຊາດລາວ ຍັງເຫລືອການແຂ່ງຂັນ 2 ຄັ້ງຄື: ວັນທີ 5 ສິງຫາ 2018 ເວລາ 18:30 ໂມງ ພົບ ທີມຊາດໄທ ຢູ່ສະໜາມ JOKO SAMUDRO STADIUM, ວັນທີ 7 ສິງຫາ ເວລາ 15:00 ໂມງ ພົບ ມາເລເຊຍ ຢູ່ສະໜາມ JOKO SAMUDRO STADIUM.