ທີມບານເຕະຍິງ ແມນຢູ-ລີເວີພູລ ຈະພົບກັນໃນ ວູເມນ ຊຸບເປີ ລີກ ຄັບ

ທີມບານເຕະຍິງ ແມນເຊັສເຕີ ຢູໄນເຕັດ ກັບ ລີເວີພູລ ຖືກຈັບໃຫ້ຢູ່ໃນກຸ່ມດຽວກັນຂອງ ວູແມນ ຊຸບເປີ ລີກ ຄັບ ແລະ ທັງສອງຕ້ອງມາພົບກັນໃນວັນທີ 19 ສິງຫານີ້ ໂດຍຖືເປັນການລົງຫລິ້ນນັດທຳອິດຢ່າງເປັນທາງການຂອງທີມຍິງ ແມນເຊັສເຕີ ຢູໄນເຕັດ ຫລັງຫາກໍຕັ້ງທີມກັນໃໝ່.
ທີມຍິງຂອງ ແມນເຊັສເຕີ ຢູໄນເຕັດ ແລະ ລີເວີພູລ ຈະຕ້ອງພົບກັນໃນເກມ ວູເມນ ຊຸບເປີ ລີກ ຄັບ ຫລື ບານເຕະຖ້ວຍຂອງທີມຍິງໃນອັງກິດ ໃນວັນທີ 19 ສິງຫານີ້ ຫລັງຈາກຖືກຈັບໃຫ້ຢູ່ໃນກຸ່ມ ກຣຸບ ທູ ນອດ ຮ່ວມກັນ.
ທັງນີ້ ຖືເປັນການລົງຫລິ້ນນັດທຳອິດຢ່າງເປັນທາງການຂອງທີມບານເຕະຍິງຈາກ ແມນເຊັສເຕີ ຢູໄນເຕັດ ຫລັງຈາກ ແມນເຊັສເຕີ ຢູໄນເຕັດ ຫາກໍຕັ້ງທີມຍິງຂຶ້ນມາໃໝ່ອີກເທື່ອໜຶ່ງ ພາຍຫລັງຍຸບທີມໄປໃນປີ 2005 ໂດຍລາຍການນີ້ຈະມີທັງໝົດ 22 ທີມ ແລະ ແບ່ງເປັນ 4 ກຸ່ມ ເຊິ່ງ 2 ອັນດັບທຳອິດຂອງແຕ່ລະກຸ່ມຈະໄດ້ເຂົ້າຮອບກ່ອນຮອງຊະນະເລີດຕໍ່ໄປ.
ສຳລັບໃນລະບົບລີກນັ້ນ ທີມບານເຕະຍິງ ແມນເຊັສເຕີ ຢູໄນເຕັດ ຢູ່ໃນລີກລະດັບດີວີຊັນ 2 ຕ່າງກັບທີມບານເຕະຍິງຂອງ ລີເວີພູລ ທີ່ຢູ່ລີກສູງສຸດ.