ອັງກິດ ຂໍຈັດບານໂລກ 2030

- BBLnA9D - ອັງກິດ ຂໍຈັດບານໂລກ 2030
- kitchen vibe - ອັງກິດ ຂໍຈັດບານໂລກ 2030

ສະມາຄົມ​ບານ​​ເຕະ​ອັງກິດ (​ເອັຟ​ເອ) ​ເປີດ​ເຜີຍ​ກຳລັງ​ພິຈາລະນາ​ເລື່ອງ​ການສະ​ເໜີ​ຕົວ​ຂໍ​ເປັນ​ເຈົ້າພາບ​ບານ​ໂລກ 2030 ​​ໂດຍ​ລະຫວ່າງ​ນີ້​ທຸກ​ຢ່າງ​ຍັງ​ຢູ່​ໃນ​ຂັ້ນຕອນ​ຂອງ​ການ​ກຽມ​ວຽກ.

ສຳລັບການ​ແຂ່ງຂັນ​ຫລ້າ​ສຸດ​ທີ່​ຈັດ​ຂຶ້ນ​ໃນ​ອັງກິດ​ຄື ຢູ​ໂຣ 1996 ​ແລະ ຖ້າ​ພວກ​ເຂົາ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຂໍ​ເປັນ​ເຈົ້າພາບ​ບານ​ໂລກ 2030 ກໍ​ຈະ​ເປັນຄັ້ງທີ 2 ​ໃນ​ປະຫວັດສາດ​ທີ່​ການ​ແຂ່ງຂັນ​ບານ​ໂລກ​ຖືກ​ຈັດ​ຂຶ້ນ​ໃນ​ອັງກິດ ທີ່​ເຄີຍ​ເປັນ​ເຈົ້າພາບ​ມາ​ແລ້ວ​ຄັ້ງໜຶ່ງ​ໃນ​ບານ​ໂລກ 1966 ທີ​່ພວກ​ເຂົາ​ຄວ້າ​ແຊ້ມ​ໂລກ​ມາ​ຄອງ​ໄດ້​ເປັນຄັ້ງທຳ​ອິດ​ ​ແລະ ຄັ້ງດຽວ​ຈົນ​ຮອດ​ປັດຈຸບັນ.

ທັງ​ນີ້​ນອກຈາກ​ອັງກິດ​ແລ້ວ, ອາ​ເຈນ​ຕິ​ນາ, ປາຣາ​ໄກວ ​ແລະ ອຸຣຸ​ໄກວ ກໍ​ວາງ​ແຜນ​ຈະ​ສະ​ເໜີ​ຕົວ​ຂໍ​ເປັນ​ເຈົ້າພາບ​ຮ່ວມ​ບານ​ໂລກ 2030 ​ເຊັ່ນ​ກັນ. ຂະນະ​ທີ່ ​ໂມຣ໊ອກ​ໂກ ກໍ​ກຽມ​ຈະ​ກັບ​ມາ​ລຸ້ນອີກ ​ໂດຍ​ອາດ​ຈະ​ຂໍ​ເປັນ​ເຈົ້າພາບ​ຮ່ວມ​ກັບ ຕູ​ນິ​ເຊຍ ​ແລະ ​ແອ​ລຈີ​ເຣຍ.

- 5 - ອັງກິດ ຂໍຈັດບານໂລກ 2030
- 4 - ອັງກິດ ຂໍຈັດບານໂລກ 2030
- 3 - ອັງກິດ ຂໍຈັດບານໂລກ 2030