ທາບທາມຄຳຄິດຄຳເຫັນຂອງພາກທຸລະກິດຕໍ່ຮ່າງ 3 ກົດ ໝາຍອາກອນ
ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ຮ່ວມກັບກະຊວງການເງິນ (ຄະນະຄົ້ນຄວ້າ 3 ຮ່າງກົດໝາຍອາກອນ) ພາຍໃຕ້ການສະໜັບສະໜູນ ໂດຍໂຄງການພັດທະນາການຄ້າໄລຍະ 2 ຫຼື TDF2 ໄດ້ຮ່ວມກັນຈັດກອງປະຊຸມປຶກສາຫາລື ເພື່ອທາບທາມຄຳຄິດຄຳເຫັນຂອງພາກທຸລະກິດຕໍ່ 3 ຮ່າງກົດໝາຍອາກອນ ເຊິ່ງປະກອບມີ: ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍອາກອນຊົມໃຊ້ ແລະ ກົດໝາຍອາກອນລາຍໄດ້ ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 1 ສິງຫານີ້ ທີ່ ໂຮງແຮມເມີກຽວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
ກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການເປີດໂອກາດໃຫ້ພາກທຸລະກິດໄດ້ປະກອບຄຳຄິດເຫັນຕໍ່ 3 ຮ່າງກົດໝາຍຢ່າງກົງໄປກົງມາ, ພ້ອມເປັນການຊ່ວຍໃຫ້ພາກລັດ ແລະ ພາກທຸລະກິດ ໄດ້ນຳສະເໜີບັນຫາ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດບັນດານິຕິກຳ ທີ່ຕິດພັນກັບອາກອນໃນຜ່ານມາ ເພື່ອເຮັດແນວໃດໃຫ້ຮ່າງ 3 ກົດໝາຍອາກອນທີ່ຈະນຳສະເໜີຕໍ່ຄະນະລັດຖະບານ ເພື່ອພິຈາລະນາ ແລະ ນຳສະເໜີສະພາແຫ່ງຊາດຮັບຮອງນັ້ນມີຄວາມສອດຄ່ອງ, ແທດເໝາະ ແລະ ເປັນບ່ອນອີງໃຫ້ແກ່ການດຳເນີນທຸລະກິດ ແລະ ຮັບປະກັນການຈັດເກັບລາຍຮັບງົບປະມານມີປະສິດທິພາບ.
ຮອງປະທານ ສຄອ ແຫ່ງຊາດລາວ ລາຍງານຕໍ່ທີ່ປະຊຸມກ່ຽວກັບຄວາມຄືບໜ້າຂອງຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກອບຂອງເວທີທຸລະກິດລາວ ທີ່ ສຄອ ແຫ່ງຊາດລາວ ພ້ອມດ້ວຍກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖືກມອບໝາຍໃຫ້ເປັນຜູ້ປະສານງານ ແລະ ໂດຍໄດ້ຮັບການສະໜັບສະໝູນຈາກໂຄງການ TDF2 ແລະ ຜ່ານມາກໍໄດ້ຈັດກອງປະຊຸມປຶກສາຫາລືມາແລ້ວໃນ 4 ລະດັບຄື: ລະດັບຫນ່ວຍງານປຶກສາຫາລືພາກເອກະຊົນ, ລະດັບວິຊາການກະຊວງກ່ຽວຂ້ອງ, ລະດັບຄະນະຊີ້ນໍາ ແລະ ລະດັບຊາດ. ສະນັ້ນ ກອງປະຊຸມປຶກສາຫາລືໃນມື້ນີ້ຖືໄດ້ວ່າເປັນໜຶ່ງໃນຂະບວນການ ພາຍໃຕ້ກອບຂອງກອງປະຊຸມທຸລະກິດລາວ ເພື່ອຮວບຮວມເອົາຄໍາຄິດເຫັນຂອງພາກທຸລະກິດເຂົ້າໃນການປັບປຸງຮ່າງກົດໝາຍທີ່ຕິດພັນກັບວຽກງານອາກອນໃຫ້ມີເນື້ອໃນສົມບູນຍິ່ງຂຶ້ນ.