ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5

- 112 - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5
- kitchen vibe - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5

ກອງປະຊຸມສະໄໝສາ ມັນເທື່ອທີ 5 ຂອງສະພາປະ ຊາຊົນແຂວງເຊກອງຊຸດທີ I ໄດ້ໄຂຂຶ້ນຢ່າງເປັນທາງ ການໃນຕອນເຊົ້າວັນທີ 2 ສິງຫາ ນີ້, ທີ່ຫໍສະພາ ແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ພອນເພັດ ຄິວລະ ວົງ ປະທານສະພາປະຊາ ຊົນແຂວງ ໂດຍການເຂົ້າ ຮ່ວມຂອງທ່ານ ຄຳເຜີຍ ບຸດດາວຽງ ເຈົ້າແຂວງເຊ ກອງ, ທ່ານ ວິໄລວົງ ບຸດ ດາຄຳ ປະທານກຳມາ ທິ ການແຜນການ, ການເງິນ ແລະ ການກວດສອບສະພາ ແຫ່ງຊາດ ແລະ ສສຂ ປະຈຳ ເຂດເລືອກຕັ້ງ, ເຂົ້າຮ່ວມ ຢ່າງ ພ້ອມພຽງ.

 

- Visit Laos Visit SALANA BOUTIQUE HOTEL - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5
- Visit Laos Visit SALANA BOUTIQUE HOTEL - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5

- 921 - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5

ກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງສະຫະພັນກຳມະບານ ແລະ ກອງທຶນ ກຊທ

ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ

ທ່ານ ພອນເພັດ ຄິວລະ ວົງ ໄດ້ກ່າວໄຂກອງປະຊຸມ ວ່າ: ກອງປະຊຸມສະໄໝ ສາມັນເທື່ອທີ 5 ຂອງສະ ພາປະຊາຊົນແຂວງ ເຊ ກອງຊຸດທີ I ໄຂ້ຂຶ້ນໃນ ທ່າມກາງບັນຍາກາດທີ່ ທົ່ວ ພັກ, ທົ່ວກອງທັບ ແລະ ປະຊາຊົນລາວທັງຊາດ ໂດຍສະເພາະແຂວງ ເຊ ກອງສຸມໃສ່ປະຕິບັດມະ ຕິ X ຂອງ ພັກ, ມະຕິ IX ຂອງອົງຄະນະພັກແຂວງ ຢ່າງເປັນຂະບວນຟົດຟື້ນ ເພື່ອພິຈາລະນາ ແລະ ຮັບ ຮອງເອົາບັນຫາສຳຄັນ ຕ່າງໆ ເພື່ອພັດທະນາເສດ ຖະກິດ-ສັງຄົມ ແຂວງເຊ ກອງກ້າວຂຶ້ນຄືໃນປີ 2018 ໄດ້ສຸມໃສ່ສ້າງ ແຂວງເປັນ ຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານ ແລະ ສ້າງອົງ ການນິຕິບັນຍັດຂອງທ້ອງ ຖິ່ນໃນຖານະເປັນຕົວແທນ ແຫ່ງສິດຜົນປະໂຫຍດຂອງ ປະຊາຊົນ ບັນດາເຜົ່າ, ເຮັດ ພາລະບົດບາດກວດກາການ ຈັດຕັ້ງ ປະຕິບັດລັດຖະທຳມະ ນູນ ແລະ ກົດໝາຍ, ກວດກາ ການປະຕິບັດແຜນພັດທະ ນເສດຖະກິດ-ສັງຄົມ ແລະ ວຽກງານອື່ນໆ ໃຫ້ມີຄວາມ ຮັບຜິດຊອບສູງ.
ດັ່ງນັ້ນໃນກອງ ປະຊຸມ ນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ ບັນດາ ສສຊ ແລະ ສສຂ ຈົ່ງ ໄດ້ຍົກສູງຄວາມຮັບຜິດຊອບ ໜ້າທີ່ການເມືອງຂອງຕົນ ສຸມທຸກສະຕິປັນຍາເຂົ້າໃນ ການປະກອບຄຳເຫັນຕໍ່ບັນ ຫາຕ່າງໆ ທີ່ ນຳມາພິຈາລະ ນາ ແລະ ຮັບຮອງໃນກອງ ປະຊຸມຄັ້ງນີ້ ຢ່າງມີຈຸດສຸມ, ມີເຫດມີຜົນ ແລະ ຮັບປະ ກັນຄວາມຖືກຕ້ອງສອດ ຄ່ອງກັບແນວທາງນະໂຍ ບາຍຂອງ ພັກ-ລັດ ແລະ ກົດ ໝາຍກໍຄືສະພາບຄວາມ ເປັນຈິງ ຂອງທ້ອງຖິ່ນ ແລະ ການເຊື່ອມໂຍງກັບສາກົນ ໃນໄລຍະໃໝ່.

ກອງປະຊຸມຄັ້ງນີ້ ຈະໄດ້ ຮັບຟັງ, ພິຈາລະນາ ແລະ ຮັບ ຮອງເອົາການສະເໜີແຕ່ງ ຕັ້ງປະທານສານປະຊາຊົນ ເຂດ I ; ຮັບຟັງບົດລາຍງານ ຂອງ ທ່ານເຈົ້າແຂວງ ແລະ ຂະ ແໜງການກ່ຽວກັບການ ພັດທະນາເສດຖະກິດ-ສັງ ຄົມ, ແຜນງົບປະມານແຫ່ງ ລັດຂອງແຂວງປະຈຳ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2018; ຮັບຟັງບົດລາຍງານ ຂອງຄະນະປະຈຳສະພາປະ ຊາຊົນແຂວງກ່ຽວກັບການ ປະຕິບັດວຽກງານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2018; ຮັບຟັງບົດລາຍງານ ຂອງອົງການໄອຍະການ ປະຊາຊົນແຂວງ ແລະ ກອງ ບັນຊາການ ປກສ ແຂວງ ກ່ຽວກັບຂະບວນການສືບ ສວນ- ສອບສວນ, ຄຳສັ່ງ ກັກຕົວ, ຈັບຕົວ, ກັກຂັງ, ປ່ອຍຕົວ ແລະ ບົດລາຍ ງານກ່ຽວກັບປາກົດການ ຫຍໍ້ທໍ້ໃນສັງຄົມເປັນຕົ້ນ ບັນຫາອຸປະຕິເຫດ ແລະ ບັນຫາຢາເສບຕິດ, ເພື່ອ ແນໃສ່ປັບປຸງແກ້ໄຂໃຫ້ສັງ ຄົມມີຄວາມສະຫງົບໂດຍ ພື້ນຖານ./.

- 112 - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5

- 4 - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5
- 5 - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5
- 3 - ສະພາປະຊາຊົນແຂວງເຊກອງດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5