ທໍ່ນ້ຳລາວ ມາດຕະຖານສາກົນ
ໂຮງງານຜະລິດທໍ່ PVC, PVC-C, UPVC, HDPE ແລະ PP-R (ທໍ່ນໍ້າປະປາ/ທໍ່ ນໍ້າດຶຶ່ມ, ທໍ່ໄຟ/ທໍ່ໂທລະຄົມ, ທໍ່ນໍ້າສະອາດ/ທໍ່ນໍ້າລິນ, ທໍ່ການກະເສດ, ທໍ່ລະບາຍນໍ້າ/ທໍ່ນໍ້າເສຍ, ທໍ່ນໍ້າຮ້ອນ ແລະ ນໍ້າເຢັນ) ທີ່ໄດ້ຮັບມາດຕະຖານສາກົນ ISO 9001: 2015, ມີສູນ ແລະ ເຄື່ອງມືກວດສອບຄຸນນະພາບຄົບວົງຈອນ, ຊຶ່ງສະຖານທີ່ຕັ້ງຢູ່ຖະໜົນ 450 ປີ, ບ້ານນາແຄ, ເມືອງໄຊທານີ ນະຄອນຫຼວງ ວຽງຈັນ.
ທ່ານ ບຸນລົງ ດວງນານີ ປະທານ ບໍລິສັດ ທໍ່ກາເສືອລາວ ຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ບໍລິສັດ ຂອງຕົນ ໄດ້ສ້າງຕັ້ງຂຶ້ນເມື່ອປີ 2006 ໂດຍໄດ້ຜະລິດແຕ່ທໍ່ PVC ແລະ ມາຮອດປີ 2012 ຈຶ່ງໄດ້ມີການ ຂະຫຍາຍຜະລິດຕະພັນເປັນ2ຍີ່ຫໍ້ຄື: ທໍ່ນໍ້າລາວ(LAOPIPE) ແລະ ທໍ່ດີດີ(DDPIPE) ເຊັ່ນ: ທໍ່ PVC,PVC-C, UPVC, HDPE ແລະ PP-R. ມາຮອດປີ 2013, ບໍລິສັດໄດ້ຮັບມາດຕະຖານລາວ ມລ 71-2009 ຈາກກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ ແລະ ໄດ້ຮັບມາດຕະຖານສາກົນ ISO 9001:2015 ໃນຕົ້ນປີ 2018.
ພາຍຫລັງປີ 2014 ບໍລິສັດ ເລີ່ມໄດ້ເຂົ້າມາຮັບໃຊ້ບັນດາໂຄງການຕ່າງໆເຊັ່ນ: ບັນດາໂຄງການຂອງລັດວິສະຫະກິດນ້ຳປະປາ, ບັນດາໂຄງການຊ່ວຍເຫຼືອນ້ຳສະອາດ/ນ້ຳລິນຂອງສາກົນ, ໂຄງການລົງທຶນກໍ່ສ້າງ ແລະ ຕິດຕັ້ງນ້ຳປະປາຈາກສາກົນ, ເຮັດໃຫ້ບັນດານັກທຸລະກິດເລີ່ມໃຫ້ຄວາມເຊື້ອໝັ້ນໃນຄຸນນະພາບ ແລະ ມາດຕະຖານຂອງທໍ່ນໍ້າລາວ ແລະ ນໍາໃຊ້ຕະຫຼອດມາ.
ມາເຖິງປະຈຸບັນທໍ່ນ້ຳລາວມີເຄື່ອງຈັກຜະລິດເຖິງ 20 ກວ່າ ເຄື່ອງຈັກ ແລະ ລົດຂົນສົ່ງ 10ປາຍກວ່າຄັນ ທີ່ສາມາດນຳສົ່ງສິນຄ້າຂອງທໍ່ນ້ຳລາວໄປສູ່ບັນດາຫ້າງຮ້ານ ແລະ ຕືກອາຄານ ໂຄງການຕ່າງໆເຖິງສະຖານທີ່ກໍ່ສ້າງໃນທົ່ວປະເທດລາວ, ສະນັ້ນ ເຮົາຈຶ່ງສາມາດເວົ້າໄດ້ວ່າ: ບ່ອນໃດມີທໍ່ຂາຍຕ້ອງມີທໍ່ນ້ຳລາວ.
ປັດຈຸບັນບໍລິສັດ ທໍ່ກາເສືອ ລາວ ຈໍາກັດຜູ້ດຽວ ມີສາຂາຈໍາໜ່າຍຢູ່ໃນນະຄອນຫຼວງວຽງຈັນ 2 ສາຂາຄື: ສາຂາ 1 ຢູ່ບ້ານ
ໜອງໜ່ຽງ (ຫຼັກ 6) ແລະ ສາຂາ 2 ຢູ່ ບ້ານຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ.