ສປປ ເກົາຫລີ ຮ້ອນແຮງຜົນຜະລິດ ກະສິກຳເສຍຫາຍໜັກ


ສປປ ເກົາຫລີ ເຕືອນຄື້ນຄວາມຮ້ອນຮຸນແຮງແບບບໍ່ເຄີຍປາກົດມາກ່ອນ ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ຜົນຜະລິດກະສິກຳ ແລະ ຂໍໃຫ້ປະຊາຊົນຮ່ວມມືກັນຫາທາງປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງອີກ.
ຄື້ນຄວາມຮ້ອນແຜ່ປົກຄຸມແຫລມເກົາຫລີໃນໄລຍະຜ່ານມາ ຂ້າຊີວິດປະຊາຊົນໃນ ສ.ເກົາຫລີ ໄປແລ້ວຫລາຍສິບຄົນ. ລາຍງານລະບຸວ່າ: ໃນວັນທີ 1 ສິງຫາ, ອຸນຫະພູມໃນນະຄອນຫລວງພຽງຢາງຂອງ ສປປ ເກົາຫລີ ເພີ່ມສູງເປັນປະຫວັດສາດເຖິງ 37,8 ອົງສາ ແລະ ສະຖານີໂທລະພາບຂອງທາງການ ສປປ ເກົາຫລີ ປະກາດເຕືອນວ່າ: ຄື້ນຄວາມຮ້ອນກຳລັງສ້າງຄວາມເສຍຫາຍທາງເສດຖະກິດ ແຕ່ບໍ່ໄດ້ລະບຸມູນຄ່າຄວາມເສຍຫາຍ.
ຂະນະທີ່ ສ.ເກົາຫລີ ອຸນຫະພູມທີ່ສູງຂຶ້ນ ເຮັດໃຫ້ສັດລ້ຽງຕາຍແລ້ວ 3 ລ້ານກວ່າໂຕ ແລະ ການເສຍຊີວິດຈາກອາການເຈັບເປັນອັນເນື່ອງມາຈາກຄື້ນຄວາມຮ້ອນເພີ່ມສູງຂຶ້ນ 5 ເທົ່າ, ລາຄາຜົນຜະລິດເພີ່ມຂຶ້ນ 2 ເທົ່າ ເນື່ອງຈາກຜົນຜະລິດຫລຸດລົງ. ໜັງສືພິມໂຣດອງຂອງທາງການ ສປປ ເກົາຫລີ ລາຍງານວ່າ: ພາລະກິດສຳຄັນ ແລະ ຮີບດ່ວນ ຄືຫາທາງປ້ອງກັນບໍ່ໃຫ້ຂະແໜງກະສິກຳໄດ້ຮັບຄວາມເສຍຫາຍໄປຫລາຍກວ່ານີ້.