ການຄ້າແຂວງຄຳມ່ວນຄຸມເຂັ້ມລາຄາສິນຄ້າຊ່ວງລະດູຝົນ 2018

- 336 - ການຄ້າແຂວງຄຳມ່ວນຄຸມເຂັ້ມລາຄາສິນຄ້າຊ່ວງລະດູຝົນ 2018
- kitchen vibe - ການຄ້າແຂວງຄຳມ່ວນຄຸມເຂັ້ມລາຄາສິນຄ້າຊ່ວງລະດູຝົນ 2018

ເປັນສິ່ງກັງວົນໃຈບໍ່ໜ້ອຍ ໃນເມື່ອສະພາບບ້ານເມືອງ ຫຼຽວໄປທາງໃດກໍພົບແຕ່ນໍ້າ ເວົ້າສະເພາະຢູ່ແຂວງຄໍາມ່ວນ ປັດຈຸບັນແມ່ນພົບກັບວິກິດ ການນໍ້າຖ້ວມ ເຊິ່ງໜັກກວ່າ ໝູ່ແມ່ນບັນດາເມືອງທີ່ຢູ່ລຽບ ແມ່ນໍ້າເຊບັ້ງໄຟ ນັບແຕ່ຕອນ ເທິງຈົນຮອດຕອນລຸ່ມແມ່ນ ພົບກັບບັນຫາຄວາມຫຍຸ້ງ ຍາກແບບຊະນິດຕົກ ນໍ້າຫົວ ພຽງກັນ. ຕໍ່ກັບສະພາບການ ດັ່ງກ່າວ ປະຊາຊົນສ່ວນຫຼາຍ ແມ່ນມີຄວາມກັງວົນໃຈຕໍ່ ກັບລາຄາສິນຄ້າຢູ່ຕາມທ້ອງ ຕະຫຼາດ ເຊິ່ງຖືວ່າເປັນບັນ ຫາໃກ້ຕົວສໍາລັບພວກເຮົາ ເຈົ້າຂ້ອຍ.
ທ່ານ ທອງໄຊ ມັງໜໍ່ເມກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນທ້ອງ ຖິ່ນ ໃນວັນທີ 3 ສິງຫານີ້ວ່າ: ເພື່ອເຮັດໃຫ້ສັງຄົມມີຄວາມ ສະຫງົບ, ຮັບປະກັນທາງ ດ້ານການສະໜອງສິນຄ້າ ທັງປະລິມານ ແລະ ຄຸນນະ ພາບໃຫ້ພຽງພໍກັບຄວາມ ຕ້ອງການ, ເຮັດໃຫ້ຜູ້ບໍລິ ໂພກໄດ້ຮັບຄວາມເປັນທໍາ ດ້ານລາຄາປາສະຈາກການ ເອົາລັດເອົາປຽບເຊິ່ງກັນ ແລະ ກັນພ້ອມທັງເປັນການ ປະຕິບັດພາລະບົດບາດຂອງ ພະແນກອຸດສາຫະກໍາ ແລະ ການຄ້າໃນການ ປົກປ້ອງ ສິດຂອງຜູ້ຊົມໃຊ້ ທົ່ວສັງຄົມ. ດັ່ງນັ້ນ ທາງພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ ກໍໄດ້ອອກໜັງສືແຈ້ງການ ເຖິງຫ້ອງການທີ່ຂຶ້ນກັບສາຍ ຕັ້ງຂອງ ຕົນເອງ, ບັນດາເຈົ້າ ຂອງຕະຫຼາດ ຫຼື ຈັດສັນຕະ ຫຼາດ, ກຸ່ມຜູ້ຜະລິດ ສະບຽງ ອາຫານ, ບໍລິສັດ, ລັດວິສາ ຫະກິດ, ເອກະຊົນ, ຮ້ານຄ້າ ຂາຍຍົກ- ຂາຍຍ່ອຍ, ຕົວ ແທນຈໍາໜ່າຍ ແລະ ຮ້ານບໍ ລິການຕ່າງໆພາຍໃນ ແຂວງ ໃຫ້ ເປັນເຈົ້າການຕິດຕາມ, ກວດກາ ແລະ ຄຸ້ມຄອງລາ ຄາສິນຄ້າໃນທ້ອງຕະຫຼາດ ແລະ ດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການສິນ ຄ້າກະທົບໄວປະເພດສະ ບຽງອາຫານ (ໝູ, ງົວ, ຄວາຍ, ໄກ່, ເປັດ, ປາລ້ຽງ, ເຂົ້າ ແລະ ພືດຜັກຕ່າງໆ) ໃນຊ່ວງ ລະ ດູຝົນ 2018ນີ້, ໂດຍເນື້ອໃນແຈ້ງການແມ່ນຫ້າມບໍ່ໃຫ້ບຸກຄົນ ຫຼື ນິຕິບຸກ ຄົນໃດໜຶ່ງສວຍໂອກາດກັກ ຕຸນ ແລະ ຂຶ້ນລາຄາສິນຄ້າ ທຸກຊະນິດຕາມລໍາພັງໃຈ ໂດຍເດັດຂາດຖ້າພົບ ຫຼື ຮູ້ ເຫັນບຸກຄົນ ຫຼື ນິຕິບຸກຄົນ ໃດມີເຈດຕະນາສວຍໂອ ກາດຂຶ້ນລາຄາສິນຄ້າ ຫຼື ຂາຍສິນຄ້າແພງເກີນຂອບ ເຂດເຮັດໃຫ້ສັງຄົມບໍ່ມີ ຄວາມສະຫງົບແມ່ນຈະໄດ້ ປະຕິບັດຕາມມາດຕະການ ທາງກົດໝາຍຄື: ຈະໄດ້ສຶກ ສາອົບຮົມ, ຕັກເຕືອນພ້ອມ ທັງປັບໄໝຕາມມາດຕາ 147,148 ຂອງກົດໝາຍ ອາຍາ, ພ້ອມກັນນັ້ນແມ່ນ ມອບໃຫ້ເຈົ້າໜ້າທີ່ກວດ ກາການຄ້າແຂວງ ແລະ ເມືອງເປັນເຈົ້າການໃນ ການຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດຕາມ ລະບຽບກົດໝາຍຢ່າງເຂັ້ມ ງວດ, ພ້ອມທັງຊຸກຍູ້ບັນ ດາ ຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຕ່າງໆຕິດລາຄາສິນຄ້າ ແລະ ຄ່າບໍລິການ ເປັນເງິນກີບທຸກລາຍການ, ທີ່ວາງຈຳໜ່າຍ ແລະ ໃຫ້ ບໍລິການ ເພື່ອສ້າງຄວາມ ສະດວກໃຫ້ແກ່ຜູ້ຊື້ ແລະ ຜູ້ມາໃຊ້ບໍລິການ.

ຖ້າຫາກພົບເຫັນການ ເອົາລັດເອົາປຽບດ້ານລາ ຄາທ່ານສາມາດແຈ້ງ ຫຼື ໂທລະສັບປະສານງານໄດ້ 24 ຊົ່ວໂມງ ທີ່ສາຍດ່ວນ 1510 ຫຼື ພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ (ຂະແໜງການຄ້າພາຍ ໃນ) ເພື່ອພ້ອມກັນແກ້ໄຂ ບັນຫາດັ່ງກ່າວໄດ້ທັນກັບ ສະພາບການ./.

- Visit Laos Visit SALANA BOUTIQUE HOTEL - ການຄ້າແຂວງຄຳມ່ວນຄຸມເຂັ້ມລາຄາສິນຄ້າຊ່ວງລະດູຝົນ 2018

- 5584 - ການຄ້າແຂວງຄຳມ່ວນຄຸມເຂັ້ມລາຄາສິນຄ້າຊ່ວງລະດູຝົນ 2018

ລັດສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມໃນການສະກັດກັ້ນສິນຄ້າບໍ່ມີຄຸນນະພາບ

ລາວຈັດກອງປະຊຸມນະໂນບາຍຮ່ວມສໍາພັນຜະລິດເປັນສິນຄ້າທີ່ສະຫວັນນະເຂດ

- 336 - ການຄ້າແຂວງຄຳມ່ວນຄຸມເຂັ້ມລາຄາສິນຄ້າຊ່ວງລະດູຝົນ 2018

- 3 - ການຄ້າແຂວງຄຳມ່ວນຄຸມເຂັ້ມລາຄາສິນຄ້າຊ່ວງລະດູຝົນ 2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!