ມະຫາວິທະຍາໄລການຢາຈີນໃຫ້ຄວາມຮູ້ການຝັງເຂັມ


ໃນວັນທີ 2 ສິງຫາ ນີ້, ສູນວັດທະນະທໍາຈີນ ປະຈໍາ ລາວໄດ້ຈັດງານປະຖະກະ ຖາກ່ຽວກັບຄວາມຮູ້ກ່ຽວ ກັບ “ການຝັງເຂັມແບບຈີນ” ຈາກທ່ານ ຈີ້ຈືຢົງ ຮອງສາດ ສະດາຈານສະຖາບັນຝັງ ເຂັມ ແລະ ການນວດ ມະຫາ ວິທະຍາໄລການຢາຈີນຊຽງໄຮ ໂດຍມີຜູ້ຕາງໜ້າສະຖານ ທູດຈີນ ປະຈໍາລາວ, ທ່ານຫົວ ໜ້າສູນຜິວໜັງ ແລະ ຮອງ ຫົວໜ້າສູນປິ່ນປົວຟື້ນຟູໜ້າທີ່ການກະຊວງສາທາລະ ນະສຸກ, ຮອງຫົວໜ້າສູນອົງ ຄະທຽມ 686, ຜູ້ຕາງໜ້າ ໂຮງໝໍມະໂຫສົດ ແລະ ໂຮງ ໝໍ 5 ເມສາ ເຂົ້າຮ່ວມຮັບຟັງ ນໍາດ້ວຍ.


+ວິທີຫລຸດອາການຢາກກິນຫລາຍໃນໄລຍະເປັນປະຈຳເດືອນ
+ ກອງທຶນວັກຊິນໂລກ ຈະສະໜອງວັກຊິນ 2 ຢ່າງສໍາຄັນໃຫ້ລາວ
ທ່ານ ຈີ້ຈືຢົງ ໃຫ້ຮູ້ວ່າ: ການຝັງເຂັມແບບແພດແຜນບູຮານຈີນ ມີອົງປະກອບ ຫຼັກສອງຢ່າງຄື: ເຂັມ ແລະ ການຮົມຈຸດ, ສໍາຄັນແມ່ນ ໃຫ້ເຂັມກະຕຸ້ນ, ຮົມຄວາມ ຮ້ອນໃສ່ຈຸດຕ່າງໆດ້ວຍການ ຄວໍ້າແກ້ວຮ້ອນ ແລະ ອື່ນໆ, ຊຶ່ງເປັນຍຸດທະສາດໜຶ່ງໃນ ການແກ້ໄຂ ແລະ ປິ່ນປົວ ພະຍາດຕ່າງໆ. ການຝັງເຂັມ ແບບແຜນບູຮານຈີນ ມີປະ ຫວັດຄວາມເປັນມາຫຼາຍ ພັນປີ ແມ່ນໜຶ່ງໃນຊັບສົມ ບັດແຫ່ງສະຕິປັນຍາທີ່ບັນ ພະບູລຸດຈີນໄດ້ສືບທອດໄວ້ ໃຫ້ມວນມະນຸດເຮົາ, ຕັ້ງແຕ່ ທົດສະຕະວັດທີ VI ການຝັງ ເຂັມແບບແຜນບູຮານຈີນ ໄດ້ ເຜີຍແຜ່ເຂົ້າສູ່ ປະເທດຍີ່ປຸ່ນ, ເກົາຫຼີ ແລະ ປະເທດອື່ນໆ. ມາຮອດປີ 2010 ການ ຝັງເຂັມ ດັ່ງກ່າວໄດ້ຖືກຮັບ ຮອງເປັນມໍລະດົກທາງວັດ ທະນະທໍາມານມະທໍາຂອງ ໂລກໂດຍອົງການອຸຍເນັສ ໂກ ແລະ ມາຮອດປັດຈຸບັນ ນັບມື້ມີຫຼາຍໆປະເທດຍອມຮັບການຝັງເຂັມ ພ້ອມທັງ ກາຍເປັນສ່ວນໜຶ່ງຂອງ ການຮັກສາສຸຂະພາບ ແລະ ການປິ່ນປົວ ທີ່ໄດ້ຮັບການ ຕອບຮັບທີ່ດີຈາກມວນຊົນ ຂອງບັນດາປະເທດຕ່າງໆ ໃນໂລກ.

