ລະເບີດລູກຫວ່ານ ສິ່ງທ້າທາຍຂອງການພັດທະນາ

- 16722794 1370248896328810 8334023797029882647 o - ລະເບີດລູກຫວ່ານ ສິ່ງທ້າທາຍຂອງການພັດທະນາ
- Untitled design - ລະເບີດລູກຫວ່ານ ສິ່ງທ້າທາຍຂອງການພັດທະນາ

ເນື່ອງໃນໂອກາດ ວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄົບຮອບ 8 ປີ, ທ່ານ ບາລາຊູບຣາມານຽມ ມູຣາລີ, ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ໄດ້ສະແດງຄວາມຄິດເຫັນ ກ່ຽວກັບອະນາຄົດຂອງ ສປປ ລາວ ກັບລະເບີດບໍ່ທັນແຕກ.

8 ປີກ່ອນ, ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເຊິ່ງເປັນສົນທິສັນຍາປະຫວັດສາດ ທີ່ບັງຄັບໃຫ້ປະເທດຕ່າງໆ ຢຸດຕິການພັດທະນາ, ນໍາໃຊ້, ສະສົມ ຫລື ໃຫ້ການຊ່ວຍເຫລືອປະເທດອື່ນໆ ໃນການນຳໃຊ້ລະເບີດລູກຫວ່ານ ໄດ້ມີຜົນບັງຄັບໃຊ້ ຫລັງຈາກໄດ້ຮັບການໃຫ້ສັດຕະຍາບັນຈາກ 30 ປະເທດ.

ສປປ ລາວ ມີບົດບາດສຳຄັນຫລາຍ ໃນລະຫວ່າງການເຈລະຈາ ກ່ຽວກັບສົນທີສັນຍານີ້ ໃນປີ 2007-2008 ແລະ ເປັນ 1 ໃນ 30 ປະເທດ ທີ່ມີການພັດທະນາຢ່າງກ້າວກະໂດດ ໃນການສ້າງອະນາ ຄົດທີ່ ປາສະຈາກຄວາມເປັນອັນຕະລາຍ ຈາກລະເບີດລູກຫວ່ານ. ການເປັນແບບຢ່າງດັ່ງກ່າວ ເຮັດໃຫ້ 103 ປະເທດ ຕັດສິນໃຈໃຫ້ສັດຕະຍາບັນ ແລະ ເຂົ້າຮ່ວມຂະບວນການຕໍ່ຕ້ານລະເບີດລູກຫວ່ານ ນັບແຕ່ປີ 2010 ເປັນຕົ້ນມາ. ເຖິງຢ່າງໃດກໍ່ຕາມ, ຍັງມີຫລາຍວຽກທີ່ຈະຕ້ອງໄດ້ດຳເນີນການໃຫ້ສຳເລັດ.

ມັນເປັນເລື່ອງເສົ້າທີ່ເຫັນວ່າ ລະເບີດລູກຫວ່ານ ຍັງມີການສືບຕໍ່ນໍາໃຊ້ໃນຂໍ້ຂັດແຍ່ງໃນທົ່ວໂລກ ແລະ ຖືກຈັດເປັນສ່ວນໜຶ່ງຂອງຍຸດທະສາດຂອງພວກເຂົາ. ການພັດທະນາຂອງຫລາຍປະເທດ ພົບຄວາມຫຍຸ້ງຍາກ ຍ້ອນຂໍ້ຂັດແຍ່ງໃນອະດີດ, ເນື່ອງຈາກວ່າ ລະເບີດບໍ່ທັນແຕກ ເປັນອຸປະສັກຂັດຂວາງ ການຜະລິດກະສິກຳ ແລະ ການສ້າງພື້ນຖານໂຄງລ່າງທີ່ຈຳເປັນ. ໃນຖານະທີ່ເປັນໜຶ່ງໃນປະເທດ ທີ່ຖືກລະເບີດຕົກໃສ່ໜັກທີ່ສຸດໃນປະຫວັດສາດໂລກ ທີ່ຕໍ່ສູ້ກັບສິ່ງທ້າທາຍຈາກລະເບີດ ບໍ່ທັນແຕກ ເປັນເວລາ 4 ທົດສະວັດ ຫລັງຈາກສົງຄາມ, ສປປ ລາວ ສາມາດໃຫ້ຄວາມເຊື່ອໝັ້ນຫລາຍກວ່າປະເທດອື່ນໆ ໃນໂລກເມື່ອເວົ້າເຖິງບັນຫາລະເບີດລູກຫວ່ານ. ນີ້ສາມາດເປັນໂອກາດໃຫ້ ສປປ ລາວ ສາມາດປ່ຽນສິ່ງທ້າທາຍນີ້ ໄປສູ່ການນຳພາໃນເວທີໂລກ, ໂດຍການປູກຈິດສຳນຶກ ກ່ຽວກັບຄວາມເປັນອັນຕະລາຍ ຂອງລະເບີດບໍ່ທັນແຕກ, ປະເທດລາວ ສາມາດເປັນຕົວຢ່າງ ທີ່ເປັນຮູບປະທຳ ກ່ຽວກັບການແກ້ໄຂບັນຫາລະເບີດບໍ່ທັນແຕກ.

ດັ່ງທີ່ ສປປ ລາວ ໄດ້ເຮັດແລ້ວໃນເດືອນກໍລະກົດ ທີ່ຜ່ານມານີ້, ໃນລະຫວ່າງກອງປະຊຸມເວທີການເມືອງລະດັບສູງ ຢູ່ທີ່ນະຄອນນິວຢອກ, ເມື່ອ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ເປັນປະທານກອງປະຊຸມພິເສດ ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ ແຫ່ງຊາດ ເປົ້າໝາຍທີ 18 ຂອງ ສປປ ລາວ, ເຊິ່ງເອີ້ນວ່າ: ຊີວິດທີ່ປອດໄພ ຈາກລະເບີດບໍ່ທັນແຕກ. ໂດຍຕໍ່ໜ້າປະຊາຄົມໂລກ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ນຳສະເໜີຄວາມສຳເລັດ ແລະ ຄວາມຍາກລຳບາກ ໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ. ນີ້ຖືເປັນໂອກາດອັນລໍ້າຄ່າ ສຳລັບ ສປປ ລາວ ທີ່ຈະໄດ້ຢໍ້າເຕືອນໃຫ້ໂລກຮູ້ ກ່ຽວກັບຄວາມຈິງທີ່ວ່າ ລະເບີດລູກຫວ່ານ ຍັງສືບຕໍ່ຫລອກຫລອນ ປະເທດໃດໜຶ່ງ ເປັນເວລາດົນນານ ຫລັງຈາກມີການວາງອາວຸດ ແລະ ປະກາດ ສັນຕິພາບແລ້ວ.

ນອກຈາກ ລິເລີ່ມເຜີຍແຜ່ຄວາມເປັນອັນຕະລາຍ ຂອງລະເບີດລູກຫວ່ານ ຕໍ່ປະຊາຄົມໂລກແລ້ວ, ສປປ ລາວ ກໍຍັງສືບຕໍ່ເຮັດວຽກຢ່າງຫ້າວຫັນ ໃນການໂຄສະນາສຶກສາຄວາມສ່ຽງ ກ່ຽວກັບລະເບີດໃນບ້ານຂອງຕົນເອງ. ເຫດຜົນທີ່ເຮັດໃຫ້ ສປປ ລາວ ສາມາດຫລຸດຈຳນວນຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກລະເບີດບໍ່ທັນແຕກ ຈາກ 302 ໃນ 2008 ມາເປັນ 41 ໃນ 2017 ບໍ່ພຽງແຕ່ເປັນ ຍ້ອນການເກັບກູ້ທີ່ເຂັ້ມງວດ ຫລື ນໍາໃຊ້ເທັກໂນໂລຊີ ທີ່ທັນສະໄໝ ທີ່ອີງໃສ່ເຕັກນິກການສຳຫລວດ ທາງ ວິທະຍາສາດຫລາຍຂຶ້ນ ແຕ່ຍັງເປັນຍ້ອນການເຂົ້າເຖິງ ມວນຊົນໂດຍຜ່ານລາຍການ ວິທະຍຸ ແລະ ການສອນໃນໂຮງຮຽນ ທີ່ພະຍາຍາມປູກຈິດສຳນຶກ ກ່ຽວກັບຄວາມເປັນອັນຕະລາຍ ຂອງລະເບີດລູກຫວ່ານ. ວິທີການດັ່ງກ່າວ, ໄດ້ຮັບປະກັນວ່າ ເຖິງແມ່ນວ່າ ການເກັບກູ້ລະເບີດບໍ່ທັນແຕກ ຈະມີຄວາມກ້າວໜ້າ ແຕ່ປະຊາຊົນ, ໂດຍສະເພາະເດັນນ້ອຍ ກໍຍັງສາມາດຮຽນຮູ້ການດຳລົງຊີວິດຢ່າງປອດໄພ ທ່າມກາງລະເບີດບໍ່ທັນແຕກ.

- Wave100S AD to Website 2020 0 - ລະເບີດລູກຫວ່ານ ສິ່ງທ້າທາຍຂອງການພັດທະນາ

ນອກຈາກນີ້, ການສຶກສາ ຍັງເປັນທາງໜຶ່ງທີ່ຈະຊ່ວຍຫລຸດຜ່ອນຄວາມອາຍຕໍ່ສັງຄົມ ຂອງຜູ້ຖືກເຄາະຮ້າຍຫລາຍຄົນ ທີ່ໄດ້ຮັບຄວາມທໍລະມານ ຈາກລະເບີດບໍ່ທັນແຕກ. ຖ້າຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ໄດ້ມີສ່ວນຮ່ວມກັບສັງຄົມລາວຢ່າງເຕັມສ່ວນ, ການປະກົດຕົວຂອງພວກເຂົາ ຕ້ອງໄດ້ຮັບການປະຕິບັດຢ່າງເປັນປົກກະຕິ ບໍ່ວ່າຈະເປັນຜູ້ໃຫຍ່ ກໍຄື ເດັກນ້ອຍ ບໍ່ວ່າຈະຢູ່ຕໍ່ໜ້າສື່ມວນຊົນ ຫລື ສະຖານທີ່ສາທາລະນະ ບັນຫາລະເບີດບໍ່ທັນແຕກ ກາຍເປັນທີ່ເຮັດໃຫ້ມີຄວາມກັງວົນເພີ່ມຂຶ້ນ ໃນໂສກນາດຕະກຳແຫ່ງຊາດ ນໍ້າຖ້ວມຢູ່ແຂງອັດຕະປືໃນປັດຈຸບັນ. ຢ່າງໜ້ອຍ 94% ຂອງໝູ່ບ້ານໃນ ແຂວງ ອັດຕະປື ຍັງມີລະເບີດບໍ່ທັນແຕກຕົກຄ້າງ.

ມາຮອດປະຈຸບັນ ທີມງານເກັບກູ້ລະເບີດບໍ່ທັນແຕກ ໄດ້ພົບ ແລະ ທຳລາຍລະເບີດບໍ່ທັນແຕກແລ້ວ ຈຳນວນ 1,175 ໜ່ວຍ ໃນ 6 ບ້ານທີ່ຖືກນໍ້າຖ້ວມ. ໄພນໍ້າຖ້ວມດຽວນີ້ ເຮັດໃຫ້ທີມງານເກັບກູ້ພົບຄວາມຫຍຸ້ງຍາກໃນການເກັບກູ້ຂຶ້ນຕື່ມ. ໜ່ວຍງານປະຕິບັດການເກັບກູ້ສອງໜ່ວຍງານ ກຳລັງເຮັດວຽກ ໃນພາກສະໜາມ ແລະ ໃຫ້ການສະໜັບສະໜຸນເລື່ອງໂລຈີສຕິກ; ຍານພາຫະນະຂັບເຄື່ອນສີ່ລໍ້ 14 ຄັນ ໄດ້ຖືກນໍາໃຊ້ເຂົ້າໃນການກູ້ໄພ ແລະ ການບັນເທົາທຸກ. ຕ້ອງໄດ້ຍອມຮັບວ່າ ສະຖານະການລະເບີດ ບໍ່ທັນແຕກຕົກຄ້າງ ໃນເຂດດັ່ງກ່າວ ຈະຕ້ອງໄດ້ຮັບການປະເມີນຄືນໃນເວລາທີ່ເໝາະສົມ.

ອົງການສະຫະປະຊາຊາດ ເພື່ອການພັດທະນາ ຍາມໃດກໍຖືບັນຫາລະເບີດບໍ່ທັນແຕກ ເປັນອຸ ປະສັກພື້ນຖານໜຶ່ງ ຕໍ່ກັບການພັດທະນາແບບຍືນຍົງຂອງ ສປປ ລາວ ແລະ ພວກເຮົາຈະສືບຕໍ່ໃຫ້ ການສະໜັບສະໜຸນ ສປປ ລາວ ໃນຄວາມພະຍາຍາມຫລຸດຜ່ອນຜົນກະທົບ ຈາກລະເບີດບບໍ່ທັນແຕກ ບໍ່ຈະເປັນໃນຮູບແບບການສຳຫລວດ, ການເກັບກູ້, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຫລື ການໂຄສະນາສຶກສາ ຄວາມສ່ຽງກ່ຽວກັບລະເບີດ. ການຕໍ່ສູ້ກັບສິ່ງທ້າທາຍຫລາຍຢ່າງ ທີ່ເກີດຈາກບັນຫາດຽວ ບໍ່ໄດ້ເປັນວຽກທີ່ງ່າຍດາຍ. ເຖິງຢ່າງໃດກໍ່ຕາມ, ຄວາມຈິງທີ່ວ່າ ສປປ ລາວ ເປັນໜຶ່ງຫລາຍປະເທດ ທີ່ໄດ້ມາດຖານ ໃນການຫລຸດພົ້ນ ອອກຈາກສະຖານະພາບປະເທດດ້ອຍພັດທະນານັ້ນ ໄດ້ພິສູດໃຫ້ເຫັນວ່າ ການພັດທະນາ ແມ່ນສາມາດເກີດຂຶ້ນໄດ້ ເຖິງແມ່ນວ່າຈະມີຄວາມຫຍຸ້ງຍາກ ກ່ຽວກັບບັນຫາລະເບີດບໍ່ທັນແຕກ.

ເນື່ອງໃນໂອກາດວັນມີຜົນບັງຄັບໃຊ້ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄົບ ຮອບ 8 ປີ, ພວກເຮົາມີຄວາມຫວັງຢ່າງດຽວວ່າ ຫລາຍໆປະເທດຈະບໍ່ຕ້ອງໄດ້ມາຕໍ່ສູ້ ກັບບັນຫາລະເບີດບໍ່ທັນແຕກ ໃນອະນາຄົດເພີ່ມອີກ. ມັນເປັນເປົ້າໝາຍທີ່ຍິ່ງໃຫຍ່, ແຕ່ວ່າການເພີ່ມຂຶ້ນຂອງປະເທດ ທີ່ໃຫ້ສັດຕະຍາບັນຕໍ່ສົນທິສັນຍາດັ່ງກ່າວ, ໄດ້ສະແດງໃຫ້ເຫັນວ່າ ຄວາມຫວັງດັ່ງກ່າວສາມາດກາຍເປັນ ຄວາມຈິງໄດ້ ພຽງແຕ່ຕ້ອງການເພີ່ມຄວາມອົດທົນ, ຄວາມແຂງແກ່ນ, ການມີສ່ວນຮ່ວມ ແລະ ເໜືອສິ່ງອື່ນໃດ ກໍ່ຄື ການນຳພາ ແລະ ຄວາມຕັ້ງໃຈ ທີ່ສະຫລາດສ່ອງໄສທາງການເມືອງ. ຄືກັນກັບການເກັບກູ້ລະເບີດບໍ່ທັນແຕກຢູ່ພາກສະໜາມ.

- WhatsApp Image 2020 05 27 at 5 - ລະເບີດລູກຫວ່ານ ສິ່ງທ້າທາຍຂອງການພັດທະນາ
- WhatsApp Image 2020 05 27 at 5 - ລະເບີດລູກຫວ່ານ ສິ່ງທ້າທາຍຂອງການພັດທະນາ
error: Alert: ເນື້ອຫາຂ່າວມີລິຂະສິດ !!