ຫລາຍພາກສ່ວນສືບຕໍ່ມອບການຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມໃນຫລາຍທ້ອງຖິ່ນ
ຄືດັ່ງຮູ້ນຳກັນແລ້ວວ່າ: ໄພພິບັດນ້ຳຖ້ວມປີນີ້ຢູ່ຫລາຍທ້ອງຖິ່ນໃນປະເທດເຮົາແມ່ນຮ້າຍແຮງ ແລະ ໜັກໜ່ວງອີ່ຫລີ ໂດຍສະເພາະແມ່ນຢູ່ເມືອງສະໜາມໄຊ ແຂວງອັດຕະປື, ອັນໄດ້ສ້າງຄວາມສູນເສຍໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນຫລວງຫລາຍ ແລະ ເພື່ອເລັ່ງຊ່ວຍເຫລືອຜູ້ປະສົບໄພໃນເບື້ອງຕົ້ນກໍໄດ້ມີພາກລັດ, ເອກະຊົນ, ອົງການຈັດຕັ້ງມະຫາຊົນ, ບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດໄດ້ນຳເອົາເງິນ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ສິ່ງຂອງຈຳເປັນຕ່າງໆມາມອບໃຫ້ຄະນະຮັບຜິດຊອບຂອງພາກລັດຖະບານ ແລະ ທ້ອງຖິ່ນຢ່າງລຽນຕິດເຊັ່ນ: ໃນວັນທີ 3 ສິງຫານີ້, ໂຄງການລວມນ້ຳໃຈຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມແຂວງສະຫວັນນະເຂດ ນໍາໂດຍທ່ານຮອງນາຍົກລັດຖະມົນຕີ ສົມດີ ດວງດີ ກໍໄດ້ນຳເອົາສິ່ງຂອງທີ່ຈຳເປັນລວມມີມູນຄ່າ 150 ລ້ານກີບ ໄປມອບໃຫ້ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ໄດ້ຮັບຜົນກະທົບ ແລະ ໃນວັນທີ 1 ສິງຫາຜ່ານມາ, ທ່ານຜູ້ວ່າລາດຊະການຈັງຫວັດມຸກດາຫານ ຣາຊະອານາຈັກໄທ ໄພທູນ ລັກປະເທດ ພ້ອມດ້ວຍຕົວແທນຈາກມູນນິທິ ແລະ ອົງການຊ່ວຍເຫລືອຜູ້ຖືກອຸທົກກະໄພປະຈຳຈັງຫວັດ ໄດ້ນຳເງິນສົດ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ລວມມູນຄ່າ 3 ລ້ານບາດ (ສະກຸນເງິນໄທ) ໃນນີ້ມອບໃຫ້ແຂວງສະຫວັນນະເຂດ 1,3 ລ້ານບາດ ແລະ ແຂວງອັດຕະປື 1,7 ລ້ານບາດ ເພື່ອປະກອບສ່ວນຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ສອງແຂວງດັ່ງກ່າວ ເຊິ່ງຮັບໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ໃນມື້ດຽວກັນ, ທ່ານ ຕາແສງ ສະໜັ່ນບຸດດາ ນາຍົກອົງການບໍລິຫານຕຳບົນໜອງຮີ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ພ້ອມຄະນະ ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ລວມມີມູນຄ່າ 50 ລ້ານກີບ ເພື່ອຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ແຂວງສະຫວັນນະເຂດ ເຊິ່ງຮັບໂດຍທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງດັ່ງກ່າວ ແລະ ນອກຈາກນີ້ ຍັງມີໂຮງຮຽນ ປກສ ຊັ້ນກາງເລກ 2 ມອບເງິນຊ່ວຍເຫລືອຕື່ມອີກ 4 ລ້ານກີບ, ບໍລິສັດສ້ອມແປງຂົນສົ່ງທາງບົກ 2 ລ້ານກີບ, ບໍລິສັດຂົນສົ່ງສາກົນ 30 ລ້ານກີບ, ເມືອງທ່າປາງທອງ 12,5 ລ້ານກີບ, ພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ 4 ລ້ານກີບ ພ້ອມດ້ວຍເຄື່ອງຊ່ວຍເຫລືອຈຳນວນໜຶ່ງ ລວມມູນຄ່າ 7 ລ້ານກີບ, ສະມາຄົມ ລາວ-ຈີນ ປະຈຳຊິດນີ ປະເທດອົດສະຕຣາລີ ມອບເງິນ 68 ລ້ານກີບ, ສະມາຄົມ ລາວ-ຈີນ ສະຫວັນນະເຂດ ແລະ ມູນນິທິສາມັກຄີຂຸສົນແມ່ສອດປະເທດໄທ 33 ລ້ານກີບ, ຄອບຄົວທ່ານ ໂອກິມ ສີຫາລາດ, ທ່ານ ສົມສຸກ ວຽງຄູ 2 ລ້ານກີບ, ຕາງໜ້າອຳເພີບາງເລນ ຈັງຫວັດນະຄອນປະຖົມ ຣາຊະອານາຈັກໄທ ມອບເຄື່ອງອຸປະໂພກ-ບໍລິໂພກ ລວມມີມູນຄ່າ 182 ລ້ານກີບ ເຊິ່ງໃຫ້ກຽດຮັບໂດຍທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມທັງກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພາກສ່ວນຕ່າງໆທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງຫລວງຫລາຍດັ່ງກ່າວ, ພ້ອມທັງຢືນຢັນວ່າຈະຈັດສັນນຳໃຊ້ໃຫ້ເກີດປະສິດທິຜົນ ແລະ ແຈກຢາຍໃຫ້ຜູ້ປະສົບໄພໄດ້ທົ່ວເຖິງ.