ຫລາຍວິທີຊ່ວຍກຳຈັດມອດໃນຖັງເຂົ້າສານ
ປັນຫາຂອງການເກັບມ້ຽນເຂົ້າສານເປັນເວລາດົນແມ່ນມັກຈະມີມອດມາອາໄສຢູ່ໃນຖັງເຂົ້າສານ ໂດຍສະເພາະແມ່ນເຂົ້າສານ ທີ່ປູກແບບປອດສານພິດ ການເຫັນມອດມາຍ່າງໃນຖັງເຂົ້າສານນັ້ນຄົງບໍ່ແມ່ນເລື່ອງທີ່ຖືກໃຈເຈົ້າຂອງຖັງເຂົ້າສານພໍປານໃດ ມື້ນີ້ ພວກເຮົາມີຫລາຍວິທີຊ່ວຍປ້ອງກັນມອດໃນເຂົ້າສານແບບງ່າຍໆມາແນະນຳທ່ານ.
– ວິທີກຳຈັດມອດໂດຍໃຊ້ວັດຖຸດິບທີ່ມີໃນເຮືອນຄົວຂອງທ່ານເອງ ເຊິ່ງກໍໍມີຫລາຍວິທີດັ່ງນີ້ :
– ໂຮຍເກືອໃນອັດຕາສ່ວນເກືອ 1 ບ່ວງກາເຟ ຕໍ່ເຂົ້າ 1 ກິໂລ ໃສ່ເທິງເຂົ້າສານ ມອດກໍຈະໜີໄປ ແຕ່ທັງນີ້ກໍຍັງມີມອດບາງພາກສ່ວນທີ່ບໍ່ຢ້ານເກືອ ຍັງຄົງໃຊ້ຊີວິດປົກກະຕິໃນເຂົ້າສານຢູ່.
– ໃສ່ໝາກເຜັດຂີ້ໜູທີ່ຜ່າເອົາແກ່ນອອກແລ້ວໃນຖັງເຂົ້າສານ ໂດຍໃຊ້ໝາກເຜັດຂີ້ໜູ 10 ໜ່ວຍຕໍ່ເຂົ້າສານ 1 ກິໂລກຣາມ.
– ເອົາບ່ວງສະແຕນເລດສຽບໄວ້ໃນຖັງເຂົ້າສານ ເຊິ່ງຈະໃຫ້ຜົນການໄລ່ມອດທີ່ດີ ເຖິງຈະມີມອດຫລົງເຫລືອຢູ່ແດ່ກໍຕາມ.
– ໃບໝາກຂີ້ຫູດສົດ ກິ່ນຈາກໃບໝາກຂີ້ຫູດສົດສາມາດໄລ່ມອດໄດ້ດີ.
– ໃສ່ໝາກເຜັດໃນຖັງເຂົ້າສານ ໂດຍໃຫ້ໝາກເຜັດກະຈາຍຢູ່ທົ່ວເຂົ້າສານ.
– ໃຊ້ຜະລິດຕະພັນໄລ່ມອດຂອງຍີ່ປຸ່ນທີ່ໄດ້ຜົນດີ ບອກລາບັນຫາຄວາມຫຍຸ້ງຍາກຈາກການກະກຽມວັດຖຸດິບ ແລະ ການຕ້ອງ ເລືອກວັດຖຸດິບທີ່ໃຊ້ໄລ່ມອດ ແລະ ແມງໄມ້ອອກຈາກເຂົ້າສານເພື່ອກຽມຈະຫຸງເຂົ້າ ດ້ວຍຜະລິດຕະພັນໄລ່ມອດ ແລະ ແມງໄມ້ດັ່ງນີ້ :
– ຜະລິດຕະພັນເຈວໄລ່ມອດທີ່ເຮັດຈາກຝຸ່ນໝາກເຜັດແດງປະສົມອານກໍຮໍໍໍ ແລະ ຄູມິນ ອັລດີໄຮ (Cumin aldehyde) ແລະ ເຈວໄລ່ມອດທີ່ເຮັດຈາກຝຸ່ນໝາກເຜັດຂຽວປະສົມອານກໍຮໍໍ.
ວິທີການເອົາມາໃຊ້ກໍພຽງແຕ່ເອົາຜະລິດຕະພັນເຈວໄລ່ມອດວາງໄວ້ໃນຖັງເຂົ້າສານ ໂດຍຈະມີຂະໜາດສຳລັບເຂົ້າສານ 5 ຫລື 10 ກິໂລ. ເຈວໄລ່ມອດຈະມີປະສິດທິພາບໃນການໄລ່ມອດທີ່ດີ ແລະ ສາມາດໃຊ້ໄດ້ດົນເຖິງ 6 ເດືອນ ຫລື ຈົນກ່ວາເຈວຈະແຫ້ງຈົນມີຂະໜາດນ້ອຍລົງ. ຜະລິດຕະພັນໄລ່ມອດນີ້ຈະມີຄວາມປອດໄພ ເນື່ອງຈາກການໃຊ້ສ່ວນປະສົມທີ່ເປັນວັດຖຸດິບທີ່ໃຊ້ເປັນອາຫານ ແລະ ບໍ່ໍ່ມີກິ່ນລົບກວນເຂົ້າ.
– ຜະລິດຕະພັນໄລ່ມອດທີ່ເຮັດຈາກສານສະກັດວາຊາບິ, ອັນລີນ ໄອໂຊໄທໂອໄຊຍາເນດ (Allyl isothiocyanate) ສານຕ້ານອະນຸມູນອິດສະຫລະ ແລະ ສານສີ.
– ຜະລິດຕະພັນຊະນິດນີ້ມີປະສິດທິພາບໃນການໄລ່ມອດ ແລະ ແມງໄມ້ໃນເຂົ້າສານໄດ້ດົນຕັ້ງແຕ່ 6 ເດືອນ ເຖິງ 1 ປີ ພຽງເອົາມັນໄປໃສ່ໄວ້ໃນຖັງເຂົ້າສານກໍຈະໄລ່ມອດ ແລະ ແມງໄມ້ບໍ່ໃຫ້ກ້າມາອາໄສຢູ່ໃນເຂົ້າສານອີກຕໍ່ໄປ.
– ວິທີການໄລ່ມອດນັ້ນມີຫລາຍວິທີ ແຕ່ຫາກຕ້ອງການຫລຸດຄວາມຫຍຸ້ງຍາກຈາກການຫາວັດຖຸດິບມາໄລ່ມອດ ຜະລິດຕະພັນດັ່ງກ່າວມາກໍເປັນໂຕເລືອກທີ່ສະດວກ ແລະ ດີບໍ່ໜ້ອຍ.