ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18

- 38524652 285039562269419 7342624523864244224 n - ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18
- kitchen vibe - ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18

​     ໃນ​ວັນທີ 5 ສິງຫາຜ່ານມາ ທີ່ສະໂມສອນກິລາດອກປີກໄກ່ ບຶງຂະຫຍອງ (ສະໂມສອນເກົ່າ) ນະຄອນຫລວງວຽງຈັນ ໄດ້ມີພິທີປິດການແຂ່ງຂັນດອກປີກໄກ່ທົ່ວປະເທດ ຊີງຂັນປະທານສະພາແຫ່ງຊາດ ປະຈຳປີ 2018 ​ໂດຍມີທ່ານ ສຸບັນ ສະວະບຸດ ຮອງເລຂາທິການສະພາແຫ່ງຊາດ, ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສາສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະບໍລິຫານງານສະຫະພັນດອກປີກໄກ່ແຫ່ງຊາດ ​ແລະ ນັກ​ກິລາ​ເຂົ້າ​ຮ່ວມ.

ການ​ແຂ່ງຂັນຄັ້ງ​ນີ້ມີ​ນັກ​ກິລາ​ເຂົ້າ​ຮ່ວມ​ທັງ​ໝົດ 320 ກວ່າຄົນ ມາຈາກ 27 ພາກສ່ວນ, ໃນນັ້ນ ມີ 8 ແຂວງຄື: ແຂວງຈຳປາສັກ, ອັດຕະປື, ສະຫວັນນະເຂດ, ຄຳມ່ວນ, ຫົວພັນ, ຫລວງພະບາງ, ໄຊຍະບູລີ, ບໍ່ແກ້ວ ແລະ ບັນດາສະໂມສອນອ້ອມຂ້າງນະຄອນຫລວງວຽງຈັນ. ການ​ແຂ່ງຂັນ​ໄດ້​ດໍາ​ເນີນມາ​ແຕ່​ວັນ​ທີ 1-5 ສິງ​ຫາ​ຜ່ານ​ມາ​ນີ້.

- Visit Laos Visit SALANA BOUTIQUE HOTEL - ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18
- Visit Laos Visit SALANA BOUTIQUE HOTEL - ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18

ສໍາລັບ​ການ​ແຂ່ງຂັນປະເພດທີມຊາຍປະກອບ​ມີ ຮຸ່ນ​ເຍົາວະ​ຊົນ ​ແລະ ຊາວ​ໜຸ່ມ​​ໂດຍ​ບໍ່​ຈໍາກັດ, ສ່ວນ​ອີກ 11 ລາຍການແບ່ງ​ອອກ​ເປັນ 2 ຮຸ່ນຄື: ຮຸ່ນທົ່ວໄປ ມີ 5 ລາຍການ ປະກອບ​ມີດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ, ຄູ່ຍິງ ​ແລະ ຄູ່ປະສົມ. ສຳລັບປະເພດເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 14 ປີ ​ມີ 2 ລາຍການຄື: ດ່ຽວຊາຍ ​ແລະ ດ່ຽວຍິງ, ສ່ວນອາຍຸບໍ່ເກີນ 17 ປີ ມີ 4 ລາຍການຄື: ດ່ຽວຊາຍ, ດ່ຽວຍິງ, ຄູ່ຊາຍ ​ແລະ ຄູ່ຍິງ.

- 4 - ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18
- 3 - ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18
- 5 - ປິດການແຂ່ງຂັນດອກປີກໄກ່ຊີງຂັນ ປະທານສະພາແຫ່ງຊາດຄັ້ງທີ 18