ອີຣານຫລຸດຜ່ອນຂໍ້ຈຳກັດເລື່ອງຄ່າເງິນ ກ່ອນອາເມລິກາກັບມາຂວ້ຳບາດ
ລັດຖະບານອີຣານຫລຸດຜ່ອນຄວາມເຂັ້ມງວດບາງປະການຕໍ່ຄ່າເງິນຣຽວ ເພື່ອຮັກສາສະຖຽນລະພາບສະກຸນເງິນຫລັກຂອງປະເທດໃຫ້ໄດ້ຫລາຍທີ່ສຸດ ກ່ອນອາເມລິກາຈະກັບມາ “ຂວ້ຳບາດເຕັມຮູບແບບ”.
American allies fear regional instability as the US begins restoring sanctions on Iran that were lifted under the 2015 nuclear accord with world powers https://t.co/TtzGScUL7e pic.twitter.com/tYgj7rGibP
— TRT World (@trtworld) August 6, 2018
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດອາເມລິກາປະກາດໃນວັນທີ 5 ສິງຫາວ່າ: ມາດຕະການກັບມາຂວ້ຳບາດທາງເສດຖະກິດຕໍ່ອີຣານ “ຢ່າງເຕັມຮູບແບບ” ຂອງລັດຖະບານວໍຊິງຕັນ ຈະມີຜົນນັບແຕ່ເວລາ 00:1 ໂມງ ຕາມເວລາທ້ອງຖິ່ນຂອງນະຄອນຫລວງວໍຊິງຕັນ ໃນວັນທີ 7 ສິງຫານີ້ ເນື່ອງຈາກການທີ່ອາເມລິກາຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍສະບັບປີ 2015 ໃນເດືອນພຶດສະພາຜ່ານມາ ໂດຍລັດຖະບານເຕຮາຣານຈະບໍ່ສາມາດສຳຮອງເງິນໂດລາສະຫະລັດໄດ້ອີກ ແລະ ຂອບເຂດຂອງມາດຕະການກົດດັນທາງເສດຖະກິດຈະຄວບຄຸມຂະແໜງອຸດສາຫະກຳ ລວມທັງການສົ່ງອອກພົມ ເຊິ່ງເປັນສິນຄ້າສົ່ງອອກສຳຄັນຂອງອີຣານ.
ເຖິງຢ່າງໃດກໍຕາມ, ມາດຕະການຂວ້ຳບາດຕໍ່ຂະແໜງພະລັງງານຈະມີຜົນໃນວັນທີ 4 ພະຈິກນີ້ ໂດຍໃນລະຫວ່າງນີ້ ລັດຖະບານວໍຊິງຕັນເດີນໜ້າກົດດັນຢ່າງໜັກໃຫ້ປະຊາຄົມໂລກຢຸດການຊື້ນ້ຳມັນດິບຈາກອີຣານ. ໃນເວລາດຽວກັນ, ທະນາຄານກາງອີຣານປະກາດຫລຸດຜ່ອນຂໍ້ກຳນົດບາງປະການກ່ຽວກັບການຊື້ຂາຍເງິນຕາຕ່າງປະເທດເຊັ່ນ: ການຍົກເລີກການຫ້າມຂາຍເງິນຕາຕ່າງປະເທດຕາມລະບົບອັດຕາແລກປ່ຽນລອຍຕົວ ເພື່ອເປີດໂອກາດໃຫ້ຜູ້ປະກອບການຮັບແລກປ່ຽນສະກຸນເງິນຕ່າງປະເທດສາມາດດຳເນີນການໄດ້ສະດວກຂຶ້ນ.