ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ

- Many province - ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ
- kitchen vibe - ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ສະ​ເພາະ​ກິດ​ແກ້​ໄຂ​ໄພພິບັດ​ລະດັບ​ຊາດ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ​ລັດຖະບານ​ວິສາມັນ​ປະຈຳ​ເດືອນ​ສິງຫານີ້​ວ່າ: ນັບ​ແຕ່ວັນ​ທີ 15-22 ກໍລະກົດ 2018 ​ໄດ້​ມີ​ພາຍຸ​ເຊິ​ນຕິນພັດ​ຜ່ານ ​ເຮັດ​ໃຫ້​ມີ​ຝົນຕົກ​ໜັກ​ຕິດ​ຕໍ່ຫລາຍ​ວັນ​ໃນ​ທຸກ​ພາກ​ຂອງ​ປະ​ເທດ​ເຮົາ ອັນ​ໄດ້​ກໍ່​ໃຫ້​ເກີດ​ນ້ຳຖ້ວມ, ດິນ​ເຈື່ອນ​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ​ຢ່າງ​ຫລວງຫລາຍ ​ໃນ​ນີ້​ມີ​ເຖິງ 11 ​ແຂວງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຄື: ​ແຂວງ​ຈຳປາ​ສັກມີ 256 ບ້ານ, ມີ 5.676 ຄອບຄົວ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ນາ 8 ພັນ​ກວ່າ​ເຮັກຕາ ​ແລະ ​ເນື້ອທີ່​ສວນ​ກວ່າ 400 ​ເຮັກຕາ​ໄດ້​ຮັບ​ຜົນ​ເສຍ​ຫາຍ; ​ແຂວງ​ສະຫວັນ​ນະ​ເຂດ​ມີ 86 ບ້ານ​ໃນ 5 ​ເມືອງ, ມີ 4.257 ຄອບຄົວ, ມີ 20.980 ກວ່າ​ຄົນ​ໄດ້​ຮັບ​ຜົນ​ກະທົບ. ນອກ​ນີ້ ​ເນື້ອທີ່​ທຳ​ການ​ຜະລິດ 27.564 ​ເຮັກຕາ, ຊົນລະປະທານ 26 ​ແຫ່ງ ​ແລະ ຂົວ 26 ​ແຫ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ; ຢູ່​​ແຂວງ​ຄຳ​ມ່ວນ​ມີ 337 ບ້ານ, ມີ 7.300 ຄົນ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ທຳ​ການ​ຜະລິດ 33.340 ກວ່າ​ເຮັກຕາ​ໄດ້​ຮັບ​ຜົນ​ເສຍ​ຫາຍ. ນອກ​ນີ້ ຍັງ​ມີ​ເສັ້ນທາງ​ຫລວງ​ແຫ່ງ​ຊາດ 2 ​ເສັ້ນ ​ແລະ ​ເສັ້ນທາງ​ອື່ນໆ​ຖືກ​ຕັດຂາດ ​ເຮັດ​ໃຫ້ການ​ສັນຈອນ​ເປັນ​ອຳມະພາດ. ສໍາລັບ​ແຂວງ​ອຸດົມ​ໄຊ​ມີ 18 ບ້ານ​ໃນ 5 ​ເມືອງ, ມີ 147 ຄອບຄົວ, ມີ 812 ຄົນ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ການ​ຜະລິດ​ກວ່າ 1.200 ​ເຮັກຕາ ​ແລະ ​ເສັ້ນທາງ​ຈຳນວນ​ໜຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ; ​ແຂວງ​ບໍລິ​ຄຳ​ໄຊ​ມີ 6 ບ້ານ​ໃນ 2 ​ເມືອງ​ໄດ້​ຮັບ​ຜົນ​ກະທົບ ​ແລະ ​ເນື້ອທີ່​ການ​ຜະລິດ​ເກືອບ 400 ​ເຮັກຕາ​ເສຍ​ຫາຍ; ​ແຂວງ​ຫລວງ​ນ້ຳທາ​ມີ 5 ບ້ານ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ທຳ​ການ​ຜະລິດ 125 ​ເຮັກຕາ ​ແລະ ຂົວ 14 ​ແຫ່ງ​ໄດ້​ຮັບ​ຜົນ​ເສຍ​ຫາຍ; ​ແຂວງ​ຜົ້ງສາລີ​ມີ 59 ບ້ານ​ໃນ 6 ​ເມືອງ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ທຳ​ການ​ຜະລິດ​ກວ່າ 350 ​ເຮັກຕາ, ຂົວ 2 ​ແຫ່ງ​ໄດ້​ຮັບ​ຜົນ​​ເສຍ​ຫາຍ ​ແລະ ດິນ​ເຈື່ອນ​ທັບ​ທາງ 13 ຈຸດ; ​ແຂວງ​ຊຽງ​ຂວາງ​ມີ 13 ບ້ານ​ໃນ 7 ​ເມືອງ​​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ການ​ຜະລິດ 868 ກວ່າ​ເຮັກຕາ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແລະ ຂົວ 14 ​ແຫ່ງ​ຖືກ​ເປ່​ເພ; ​ແຂວງ​ຫລວງ​ພະ​ບາງ​ມີ 5 ​ເມືອງ​ໄດ້​ຮັບ​ຜົນ​ກະທົບ, ​ເນື້ອທີ່​ທຳ​ການ​ຜະລິດ 156 ​ເຮັກຕາ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ແລະ ມີ​ຂົວ-ທາງ​ບາງ​ຈຸດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ສ່ວນ​ກໍລະນີ​ເຫດການ​ຄູ​ຕັນ​ນ້ຳ D ​ເຂື່ອນ​ເຊ​ປຽນ-​ເຊ​ນ້ຳນ້ອຍ​ ຢູ່​ເມືອງ​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ທະລຸ​ເມື່ອ​ວັນ​ທີ 23 ກໍລະກົດ 2018 ຖື​ເປັນ​ເຫດການ​ອຸ​ທົກ​ກະ​ໄພ​ຄັ້ງຮ້າຍ​ແຮງ​ເປັນ​ປະຫວັດສາດ​ຂອງ​ຊາດ ​ເຊິ່ງມີ​ມວນ​ນ້ຳປະລິມານ​ກວ່າ 500 ລ້ານ​ແມັດ​ກ້ອນ ​ໄຫລຊຸ​ລົງ​ມາ​ຢ່າງ​ກະທັນຫັນ ອັນ​ໄດ້​ສ້າງ​ຄວາມ​ສູນ​​ເສຍ​ແກ່ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ຄື: ມີ 13 ບ້ານ, ມີ 13 ພັນ​ກວ່າ​ຄົນ​ໄດ້​ຮັບ​ຜົນ​ກະທົບ ​ໃນ​ນີ້​ມີ 6 ບ້ານ​ໄດ້​ຖືກ​ເສຍ​ຫາຍ 100%, ມີ 7.000 ກວ່າ​ຄົນ ​ໃນ​ນີ້​ທີ​ມກູ້​ໄພ​ສາມາດ​ຊອກ​ຄົ້ນພົບ​ຜູ້​ເສຍ​ຊີວິດ​ແລ້ວ 31 ຄົນ ​ແລະ ຍັງ​ສູນຫາຍ​ອີກ 100 ຄົນ. ນອກ​ນີ້ ກໍ​ມີ​ຜູ້​ເສຍ​ຊີວິດ​ຕື່ມ​ອີກ 3 ຄົນ​ຢູ່​ໂຮງໝໍ​ເມືອງ 1 ຄົນ ​ແລະ ​ໂຮງໝໍ​ແຂວງ 2 ຄົນ ຍ້ອນ​ຖືກ​ກະທົບ​ແຮງ​ຈາກ​ໄພພິບັດ. ນອກ​ນີ້ ​ໄດ້​ມີ​ຜູ້​ຍົກຍ້າຍ​ມາ​ຢູ່​ສູນ​ພັກ​ເຊົາ​ສຸກ​ເສີນ 5 ຈຸດ, ມີ 1.153 ຄອບຄົວ, ມີ 7.124 ຄົນ. ປັດຈຸບັນ​ໄດ້​ເອົາ​ໃຈ​ໃສ່​ແຈກ​ຢາຍ​ເງິນ​ໃຫ້​ຄອບຄົວ​ລະ 5 ​ແສນ​ກີບ ​ເພື່ອ​ເປັນ​ການບັນ​ເທົາ​ທຸກ​ເບື້ອງຕົ້ນ ​ເຊິ່ງມີ​ຜູ້​ໄດ້​ຮັບ​ຜົນ​ກະທົບ​ມາ​ຮັບ​ເງິນ​ໄປ​ແລ້ວ 778 ຄອບຄົວ, ສ່ວນ​ທີ່​ເຫລືອ​ແມ່ນ​ຈະ​ສືບ​ຕໍ່​ແຈກ​ຢາຍ​ໃຫ້​ຄົບ ​ແລະ ທົ່ວ​ເຖິງ. ປັດຈຸ​ບັນ​ຄວາມ​ຕ້ອງການ​ຮີບ​ດ່ວນ​ໃນ​ເຂດ​ປະສົບ​ໄພ​ດັ່ງກ່າວ​ມີ​ຄື: ອາຫານ, ນ້ຳດື່ມ, ນ້ຳ​ໃຊ້, ​ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ, ​ເຄື່ອງ​ແຕ່ງ​ກິນ ​ແລະ ຜ້າ​ເຕັ້ນພັກ​ເຊົາ ​ແລະ ວຽກ​ຈຸດ​ສຸມ​ທີ່​ຕ້ອງ​ໄດ້​ເຮັດ​ໄວ​ແມ່ນ​ການຈັດ​ສັນ​ທີ່​ພັກ ​ເພື່ອ​ຫລຸດຜ່ອນ​ຄວາມ​ແອ​ອັດ​ຢູ່​ຈຸດ​ພັກ​ເຊົາ, ຂຸດ​ເຈາະ​ນ້ຳບາ​ດານ ​ແລະ ສ້າງ​ຫ້ອງ​ນ້ຳ, ວິດຖ່າຍ ລວມທັງ​ກຳຈັດ​ຊາກ​ສັດ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ, ​ໄປ​ຄຽງ​ຄູ່​ການ​ເລັ່ງຊອກ​ຄົ້ນຜູ້​ສູນຫາຍ​ທີ່​ຍັງ​ບໍ່​ທັນ​ເຫັນ, ​ເລັ່ງ​ເກັບ​ກຳ​ສະຖິຕິ​ຜູ້​ປະສົບ​ໄພ ​ແລະ ປະ​ເມີນ​ຄວາມ​ຕ້ອງການ​ຕ່າງໆ ​ໂດຍ​ສະ​ເພາະ​ການ​ອອກ​ບັດ​ຊົ່ວຄາວ​ໃຫ້​ຜູ້​ປະສົບ​ໄພ ​ເພື່ອ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປອດ​ໄພ ​ແລະ ສະດວກ​ໃນ​ການ​ແຈກ​ຢາຍ​ເຄື່ອງ​ຊ່ວຍ​ເຫລືອ ລວມທັງ​ການ​ເຄື່ອນ​ຍ້າຍ​ຂອງ​ຜູ້​ປະສົບ​ໄພ.

- 4 - ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ
- 3 - ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ
- 5 - ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ
- Visit Laos Visit SALANA BOUTIQUE HOTEL - ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ
- Visit Laos Visit SALANA BOUTIQUE HOTEL - ຫລາຍ​ແຂວງ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ຈາກ​ພາຍຸ​ເຊິ​ນຕິນ