ເມືອງໝື່ນມອບເງິນນະໂຍບາຍໃຫ້ແກ່ຄອບຄົວອາດີດພະນັກງານການນຳ
August 7, 2018 - 4:35 PM
ໃນວັນທີ 3 ສິງຫາ ຜ່ານ ມານີ້, ຫ້ອງການແຮງງານ ສະຫວັດດີການ ແລະ ສັງຄົມ ເມືອງໝື່ນ ແຂວງວຽງຈັນ. ໄດ້ມອບເງິນນະໂຍບາຍ ຫລາຍກວ່າ 156 ລ້ານກີບ, ໃຫ້ອາດີດການນຳຂອງ ເມືອງ, ຜູ້ມີຜົນງານດີເດັ່ນ ໃນການປະກອບສ່ວນປະຕິ ບັດໜ້າທີ່ການເມືອງຢູ່ທ້ອງ ຖິ່ນໃນຜ່ານມາເຊັ່ນ:
ຄອບຄົວທ່ານ ບຸນຊູ ໂພທິສານ ອາດີດຮອງປະ ທານແນວລາວສ້າງຊາດ ເມືອງທີ່ໄດ້ເສຍຊີວິດໃນ ວັນທີ 1/6/ 2018,ໄດ້ ຮັບ ເງິນນະໂຍບາຍ 64 ລ້ານ ກວ່າກີບ ແລະ ຄອບຄົວ ຂອງ ທ່ານ ສີທ່າວ ທໍຈູເທັງ ອາດີດຮອງຫົວໜ້າຫ້ອງ ການກະສະກຳ ແລະ ປ່າໄມ້ ເມືອງທີ່ໄດ້ເສຍຊີວິດໃນ ວັນທີ 17/5/ 2018 ໄດ້ຮັບ ເງິນນະໂຍບາຍ 92 ລ້ານ ກວ່າກີບ./.
+ ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອຜູ້ປະສົບໄພຢູ່ອັດຕະປື
+ ເປັນພະນັກງານບຳນານຢ່າພາກັນຄິດອຸກອັ່ງ