ປະຊາກອນອົດສະຕຣາລີຈະເພີ່ມຂຶ້ນເປັນ 25 ລ້ານຄົນ ໄວກວ່າຄາດການໄວ້
ສະຖິຕິຫລ້າສຸດຂອງທາງການອົດສະຕຣາລີ ລະບຸວ່າ: ຈຳນວນປະຊາກອນຂອງອົດສະຕຣາລີຈະເພີ່ມຂຶ້ນເປັນ 25 ລ້ານຄົນໃນວັນທີ 7 ສິງຫານີ້ ໄວກວ່າຄາດການໄວ້ເກືອບ 10 ປີ ເນື່ອງຈາກແຕ່ລະປີມີຜູ້ອົບພະຍົບເຂົ້າເມືອງສູງເຖິງຫລາຍແສນຄົນ.
ສະຖິຕິລະບຸວ່າ: ທຸກໆນາທີຈະມີຄົນ 1 ຄົນເດີນທາງເຂົ້າມາອາໄສໃນອົດສະຕຣາລີ. ສຳນັກງານສະຖິຕິອົດສະຕຣາລີຕີລາຄາວ່າ: ຈຳນວນປະຊາກອນຈະເພີ່ມຂຶ້ນເປັນ 26 ລ້ານຄົນໃນໄລຍະເວລາ 3 ປີ ໂດຍຕີລາຄາຈາກທ່າອ່ຽງຄົນເຂົ້າເມືອງໃນປັດຈຸບັນ. ການທີ່ມີຈຳນວນຜູ້ອົບພະຍົບເພີ່ມຂຶ້ນຢ່າງວ່ອງໄວຍັງກໍ່ໃຫ້ເກີດຂໍ້ຖົກຖຽງກ່ຽວກັບຜົນກະທົບທາງເສດຖະກິດ ແລະ ສັງຄົມຈາກການທີ່ໂຄງລ່າງພື້ນຖານບໍ່ພຽງພໍແກ່ການຮອງຮັບ. ຜົນສຳຫລວດຍັງພົບວ່າ: ຜູ້ທີ່ອົບພະຍົບມາອົດສະຕຣາລີສ່ວນຫລາຍມາຈາກອັງກິດ, ຈີນ, ນູແວນເຊລັງ ແລະ ອິນເດຍ ແລະ ຜົນສຳເລັດທາງເສດຖະກິດຂອງອົດສະຕຣາລີມາຈາກການອົບພະຍົບ ໂດຍກວ່າ 1 ໃນ 3 ຂອງປະຊາກອນເກີດໃນຕ່າງປະເທດ. ບັນຫາການອົບພະຍົບເຂົ້າເມືອງຖືກຍົກຂຶ້ນມາເປັນບັນຫາຮ້ອນທາງການເມືອງໃນລະຫວ່າງການຫາສຽງເລືອກຕັ້ງໃນລັດນິວເຊົາເວລຂອງພັກລັດຖະບານ ແລະ ພັກຝ່າຍຄ້ານໃນເດືອນມີນາປີໜ້າ ແລະ ການເລືອກຕັ້ງລະດັບປະເທດໃນເດືອນພຶດສະພາ.