ສະພາປະຊາຊົນແຂວງວຽງຈັນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5
ກອງປະຊຸມສະໄໝສາ ມັນເທ່ືອທີ V ຂອງສະພາປະ ຊາຊົນ ແຂວງວຽງຈັນຊຸດທີ I ໄດ້ຈັດຂຶ້ນທີ່ຫ້ອງວ່າການ ປົກຄອງແຂວງ ວຽງຈັນ, ໃນວັນທີ 6 ສິງຫານີ້.
+ ກອງປະຊຸມສະພາເລັ່ງແກ້ໄຂບັນຫາຂອງຊາດ
+ ກອງປະຊຸມກາງສະໄໝຄັ້ງທີ VII ຂອງອົງຄະນະພັກແຂວງຫລວງນ້ຳ
ພາຍ ໃຕ້ການເປັນປະທານ ຂອງ ທ່ານ ບຸນເພັງ ສາຍນໍລະດີ ປະທານສະພາປະຊາຊົນ ແຂວງ ແລະ ມີ ທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆ ວຽງຈັນ, ພ້ອມດ້ວຍ ສສຊ ເຂດ ແລະ ສສຂ ເຂົ້າຮ່ວມ ເປັນຈຳນວນຫລາຍ, ເພື່ອ ຈະໄດ້ສຸມໃສ່ພິຈາລະນາຮັບ ຮອງ ແລະ ຕົກລົງບັນຫາ ສຳຄັນພື້ນຖານຂອງແຂວງ ເປັນຕົ້ນແມ່ນຈະໄດ້ຮັບຟັງ ການປະກອບຄຳເຫັນ ແລະ ຮັບຮອງບົດລາຍງານ ແຜນພັດທະນາເສດຖະ ກິດ-ສັງຄົມ ແລະ ແຜນງົບ ປະມານ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2018 ຂອງ ແຂວງ ແລະ ປະກອບ ຄວາມເຫັນກ່ຽວກັບການ ເຊົ່າ – ສໍາປະທານ ແລະ ການນໍາໃຊ້ທີ່ດິນ ຢູ່ແຂວງ ຈະໄດ້ຮັບຟັງ ແລະ ປະ ກອບຄວາມເຫັນໃສ່ບົດ ລາຍງານກ່ຽວກັບວຽກ ງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຕິດພັນກັບວຽກງານ 3 ສ້າງ ຢູ່ແຂວງວຽງຈັນ, ພິຈາລະນາ ແລະ ຮັບຮອງ ເອົາມະຕິກອງ ປະຊຸມສະໄໝສາມັນເທື່ອນີ້ ແລະ ຄຳຄິດຄຳເຫັນຂອງ ປະຊາຊົນຜ່ານ ໂທລະສັບ ສາຍດ່ວນ ແລະ ປະກອບ ຄວາມ ເຫັນໃສ່ບົດລາຍງານ ການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດ ທາງແຜນການ 6 ເດືອນ ທ້າຍປີ 2018 ຂອງອົງ ການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ, ພ້ອມນັ້ນກໍຈະໄດ້ປະກອບ ຄວາມເຫັນໃສ່ ບົດລາຍງານ ກ່ຽວກັບການຄວບຄຸມ, ການແກ້ໄຂບັນຫາຢາເສບ ຕິດ ແລະ ອຸບັດຕິເຫດຕາມ ທ້ອງຖະໜົນຢູ່ແຂວງວຽງ ຈັນ ແລະ ປະກອບຄວາມ ເຫັນໃສ່ບົດລາຍງານກ່ຽວ ກັບການຈັດຕັ້ງປະຕິບັດກົດ ໝາຍ ແລະ ນິຕິກຳໃຕ້ກົດ ໝາຍຢູ່ແຂວງວຽງຈັນ ແລະ ຈະໄດ້ພິຈາລະນາ ແລະ ຮັບຮອງຂໍ້ຕົກລົງ ຂອງ ທ່ານເຈົ້າແຂວງໆ ວຽງຈັນວ່າດ້ວຍ: ການກຳ ນົດລາຄາຫົວໜ່ວຍທີ່ດິນ ທົ່ວ ແຂວງວຽງຈັນ. ເພື່ອ ສືບຕໍ່ຈັດຕັ້ງຜັນຂະຫຍາຍ ນະໂຍບາຍຂອງພັກໃຫ້ ກາຍເປັນນິຕິກຳອັນລະ ອຽດ ແລະ ເພີ່ມທະວີໃນ ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມໃຫ້ເປັນ ລະບົບຄົບຖ້ວນກວ່າເກົ່າ./.