ໜ່ວຍງານກູ້ໄພເລັ່ງຄົ້ນຫາຜູ້ສູນຫາຍຈາກໄພນໍ້າຖ້ວມເມືອງສະໜາມໄຊໃຫ້ພົບເຫັນໂດຍໄວ
ອຳນາດການປົກຄອງແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ໃນວັນທີ 5 ສິງຫານີ້ວ່າ: ປັດຈຸບັນໜ່ວຍງານກູ້ໄພຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດໄດ້ສຸມທຸກຄວາມພະຍາຍາມເຂົ້າໃນພາລະກິດຊອກຄົ້ນຫາຜູ້ສູນຫາຍໃນເຫດການນ້ຳຖ້ວມຢູ່ເມືອງສະໜາມໄຊໃຫ້ໄດ້ໂດຍໄວ, ພາຍຫລັງຮູ້ວ່າຕົວເລກຜູ້ສູນຫາຍຍັງມີປະມານ 100 ຄົນ, ເຊິ່ງຈະໄດ້ເພີ່ມທະວີຊອກຄົ້ນທຸກວິທີທາງ ແລະ ນັບແຕ່ການປະຕິບັດພາລະກິດແຕ່ວັນທີ 24 ກໍລະກົດມາຮອດວັນທີ 5 ສິງຫານີ້ໄດ້ພົບເຫັນສົບຜູ້ເສຍຊີວິດແລ້ວ 31 ສົບ ແລະ ຕໍ່ມາໄດ້ມີຜູ້ເສຍຊີວິດຢູ່ໂຮງໝໍຕື່ມອີກ 3 ຄົນ, ຍ້ອນໄດ້ຮັບການກະທົບໜັກຈາກໄພພິບັດລວມເປັນ 34 ຄົນ.
ສ່ວນປະຊາຊົນຜູ້ປະສົບໄພທີ່ຢູ່ຕາມຈຸດພັກເຊົາຊົ່ວຄາວຕ່າງໆມີປະມານ 7 ພັນກວ່າຄົນ ແມ່ນໄດ້ຮັບການເບິ່ງແຍງຈາກເຈົ້າໜ້າທີ່ເປັນຢ່າງດີນັບທັງດ້ານທີ່ພັກອາໄສ, ອາຫານການກິນ, ເຄື່ອງນຸ່ງຫົ່ມ ລວມໄປເຖິງການເບິ່ງແຍງທາງດ້ານສຸຂະພາບ, ຊຶ່ງໃນແຕ່ລະວັນທາງໜ່ວຍງານສະເພາະກິດແກ້ໄຂໄພພິບັດດັ່ງກ່າວໄດ້ນຳໃຊ້ລົດ 20 ກວ່າຄັນລຳລຽງຂົນສົ່ງສະບຽງອາຫານໄປແຈກຢາຍໃຫ້ຜູ້ປະສົບໄພຢູ່ແຕ່ລະຈຸດໄດ້ຢ່າງທົ່ວເຖິງ, ພ້ອມທັງສືບຕໍ່ແຈກຢາຍເງິນແຮເບື້ອງຕົ້ນຄອບຄົວລະ 5 ແສນກີບ, ໂດຍມີຜູ້ມາຮັບເອົາເງິນດັ່ງກ່າວແລ້ວກວ່າ 770 ຄອບຄົວ, ສ່ວນທີ່ເຫລືອແມ່ນຈະສືບຕໍ່ມອບໃຫ້ຄົບຖ້ວນ ແລະ ທົ່ວເຖິງ. ນອກນີ້, ອົງການອາຫານໂລກ ແລະ ລັດຖະບານອົດສະຕຣາລີ ໄດ້ຊ່ວຍສ້າງສາງເກັບມ້ຽນເຄື່ອງຊ່ວຍເຫລືອທີ່ສາມາດບັນຈຸໄດ້ຫລາຍກວ່າ 70 ໂຕນ ແລະ ມາຮອດຕອນແລງວັນທີ 5 ສິງຫານີ້ ລວມຍອດການບໍລິຈາກຂອງພາກລັດ, ເອກະຊົນ, ອົງການຈັດຕັ້ງສັງຄົມ, ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ລວມແລ້ວກວ່າ 78 ຕື້ກີບ, ໃນນີ້ເປັນເງິນສົດ 26 ຕື້ກວ່າກີບ (ລວມທັງເງິນຂອງບໍລິສັດທີ່ເປັນຂາຮຸ້ນໂຄງການເຂື່ອນເຊປຽນ-ເຊນ້ຳນ້ອຍ ຈຳນວນ 11 ຕື້ກີບ), ສ່ວນເຄື່ອງອຸປະໂພກ-ບໍລິໂພກ ແລະ ວັດຖຸສິ່ງຂອງອັນຈຳເປັນອື່ນໆ ລວມມີມູນຄ່າກວ່າ 52 ຕື້ກີບ.
ສຳລັບແຜນແກ້ໄຂຜົນກະທົບໃນຕໍ່ໜ້ານີ້, ທາງອໍານາດການປົກຄອງເວົ້າວ່າແມ່ນຍັງເລັ່ງສືບຕໍ່ຊອກຄົ້ນຜູ້ສູນຫາຍໃຫ້ພົບເຫັນໂດຍໄວ, ພ້ອມເລັ່ງສຳຫລວດພື້ນທີ່ຈະຕັ້ງເປັນຈຸດພັກເຊົາຊົ່ວຄາວຄື: ເຂດດົງບາກ, ຫາດຍາວ, ຕະມໍຢອດ, ດອນບົກ, ປີນດົງ ແລະ ໂນນແສງຈັນ, ເຊິ່ງຈະໄດ້ມີການບຸກເບີກເນື້ອທີ່ໃຫ້ສໍາເລັດໂດຍໄວ, ສ່ວນ 6 ບ້ານທີ່ຖືກຜົນກະທົບໜັກແມ່ນຈະສະເໜີລັດຖະບານປັບປ່ຽນເປັນເຂດພື້ນທີ່ທຳການຜະລິດຂອງປະຊາຊົນ. ພ້ອມນີ້, ຄະນະປະຈຳພັກແຂວງໄດ້ຕົກລົງແຕ່ງຕັ້ງຄະນະຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິບັດດັ່ງກ່າວ ປະກອບມີ 1 ຄະນະຊີ້ນຳລວມ ແລະ 9 ຄະນະກຳມະການຄື: ຄະນະກຳມະການສຳຫລວດປະຊາກອນ ແລະ ຄຸ້ມຄອງສູນຜູ້ອົບພະຍົບ, ຄະນະກຳມະການປະເມີນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ຄະນະຟື້ນຟູພື້ນຖານໂຄງລ່າງ ແລະ ຈັດສັນອາຊີບ, ຄະນະສຶກສາອົບຮົມການເມືອງແນວຄິດ ແລະ ຂໍ້ມູນຂ່າວສານ, ຄະນະກຳມະການເກັບກູ້ ແລະ ຍົກຍ້າຍ, ຄະນະກຳມະການສືບສວນ-ສອບສວນຊອກຫາສາເຫດທີ່ຈະເຮັດວຽກຮ່ວມກັບຄະນະຂອງສູນກາງ, ຄະນະກຳມະການຄຸ້ມຄອງເຄື່ອງອຸປະໂພກ-ບໍລິໂພກ ແລະ ຂົນສົ່ງ, ຄະນະຄຸ້ມຄອງງົບປະມານ-ການເງິນ ແລະ ຄະນະກອງເລຂາ ແລະ ປະສານງານ, ເຊິ່ງແຕ່ລະຄະນະແມ່ນເລີ່ມປະຕິບັດໜ້າທີ່ຕາມຄວາມບຜິດຊອບຂອງຕົນແລ້ວ.
ສ່ວນຄວາມຕ້ອງການເຄື່ອງຮັບໃຊ້ຮີບດ່ວນຢູ່ເຂດປະສົບໄພແມ່ນຕຽງນອນຄົນເຈັບ, ຢາປົວພະຍາດ, ໂທລະໂຄ່ງ, ລົດຂົນສົ່ງຂີ້ເຫຍື້ອ, ລົດແພດ ແລະ ລົດຂົນນ້ຳ ແລະ ອຸປະກອນທີ່ຈຳເປັນອື່ນໆ.