ອຸຕຸເຕືອນຈະມີຝົນຕົກຕິດຕໍ່ກັນໃນ 2-3 ວັນຕໍ່ໜ້າ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນວ່າ: ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຍັງຈະສືບຕໍ່ພັດຜ່ານເຂດພາກເໜືອຫາພາກກາງຂອງປະເທດເຮົາ, ປ່ອງເຂົ້າໃສ່ບໍລິເວນຄວາມກົດດັນອາກາດຕໍ່າທີ່ມີກຳລັງແຮງຢູ່ເຂດທະເລຈີນໃຕ້ (ໃກ້ກັບແຄມຝັ່ງປະເທດຫວຽດນາມ) ແລະ ຈະເຮັດໃຫ້ລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກໃຕ້ຂອງປະເທດເຮົາມີກຳລັງແຮງເພີ່ມຂຶ້ນ ເຊິ່ງຈະກໍ່ໃຫ້ມີຝົນຕົກຟ້າເຫລື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຄື: ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງພະບາງ, ໄຊຍະບູລີ, ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ແຕ່ວັນທີ 8-10 ສິງຫານີ້. ດັ່ງນັ້ນ ຈຶ່ງແຈ້ງເຕືອນປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວຈົ່ງມີສະຕິ ແລະ ກຽມພ້ອມຮັບມືກັບສະພາບຝົນຕົກໜັກ ເຊິ່ງຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມ. ພ້ອມນີ້ຂໍໃຫ້ເກັບມ້ຽນ ແລະ ເຄື່ອນຍ້າຍວັດຖຸສິ່ງຂອງ ພ້ອມສັດລ້ຽງໄປໄວ້ບ່ອນທີ່ປອດໄພ ແລະ ຕິດຕາມຂ່າວພະຍາກອນອາກາດ ແລະ ລະດັບນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງໃກ້ຊິດໃນໄລຍະ 1-3 ວັນຕໍ່ໜ້ານີ້.