ຮ່າງດຳລັດວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ຈະຖືກຮັບຮອງເອົາໄວໆນີ້

- kitchen vibe - ຮ່າງດຳລັດວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ຈະຖືກຮັບຮອງເອົາໄວໆນີ້

​ໃນ​ວັນ​ທີ 7 ສິງຫານີ້, ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດສໍາມະນາກ່ຽວກັບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ຂຶ້ນທີ່ນະຄອນຫລວງວຽງຈັນ, ໂດຍມີສະມາຊິກສະພາແຫ່ງຊາດ, ພະນັກງານຂັ້ນສູງຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ ເພື່ອຮັບຟັງການນໍາສະເໜີຂອງຜູ້ຊ່ຽວຊານທີ່ມີປະສົບການຈາກທະນາຄານພັດທະນາອາຊີ ກ່ຽວກັບບົດຮຽນທີ່ດີຂອງສາກົນໃນການຈັດຕັ້ງປະຕິບັດການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ທີ່ໄດ້ຮັບຜົນສຳເລັດ.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ກ່າວໃນພິທີວ່າ: ອີງໃສ່ບົດຮຽນຂອງສາກົນການສົ່ງ​ເສີມຮູບແບບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໃນເງື່ອນໄຂທີ່ລັດຖະບານມີຂໍ້ຈຳກັດດ້ານທຶນຮອນ ຈະສາມາດຊ່ວຍຫລຸດຜ່ອນພາລະແບກຫາບດ້ານງົບປະມານຂອງພາກລັດໄດ້ຢ່າງຫລວງຫລາຍ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ການສະໜອງການ​ບໍລິການ​ຂອງ​ພາກ​ລັດ. ນອກ​ນັ້ນ, ຍັງຈະສາມາດຍົກປະສິດທິພາບຂອງການລົງທຶນສູງຂຶ້ນຢ່າງເດັ່ນຊັດ, ລວມທັງຊ່ວຍຫລຸດຜ່ອນຄວາມຮັບຜິດຊອບຕໍ່ຄວາມສ່ຽງຂອງພາກລັດໃນຕະຫລອດວົງໂຄຈອນ​ໂຄງການ (ການອອກແບບ, ການກໍ່ສ້າງ, ການດຳເນີນທຸລະກິດ, ການຄຸ້ມຄອງ ແລະ ການບຳລຸງຮັກສາ) ດ້ວຍການນຳໃຊ້ຜົນສຳເລັດທາງດ້ານການຄົ້ນຄວ້າປະດິດສ້າງ ແລະ ນະວັດຕະກຳຂອງພາກທຸລະກິດ, ຊຶ່ງຈະສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຕາມທິດທາງຍືນຍົງ ແລະ ເຕີບໂຕແບບສີຂຽວ” ຢ່າງເປັນຮູບປະທຳໄດ້.

- Visit Laos Visit SALANA BOUTIQUE HOTEL - ຮ່າງດຳລັດວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ຈະຖືກຮັບຮອງເອົາໄວໆນີ້

ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດຮຽນກ່ຽວກັບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນໃນຮູບແບບຕ່າງໆ ເຊັ່ນ: ຮູບແບບກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT); ຮູບແບບ: ກໍ່ສ້າງ, ເປັນເຈົ້າຂອງ, ດຳເນີນງານ ແລະ ມອບໂອນ (BOOT); ຮູບແບບ: ກໍ່ສ້າງ ແລະ ມອບໂອນ (BT); ຮູບແບບ: ອອກແບບ, ກໍ່ສ້າງ, ສະໜອງທຶນ ແລະ ດຳເນີນວຽກງານ (DBFO); ຮູບແບບ: ກໍ່ສ້າງ, ມອບໂອນ ແລະ ດຳເນີນງານ (BTO) ແລະ ອື່ນໆ ເພື່ອເປັນການແລກປ່ຽນຄວາມຄິດເຫັນວ່າຮູບແບບໃດມີຄວາມເໝາະສົມທີ່ສຸດໃນການນຳໃຊ້ໃນແຕ່ລະຂະແໜງການຢູ່ປະເທດເຮົາ ແລະ ເງື່ອນໄຂ ກໍຄືນິຕິກຳທີ່ຈຳເປັນໃນການປະຕິບັດຮູບແບບຕ່າງໆ, ຊຶ່ງຮ່າງດໍາລັດວ່າດ້ວຍການລົງທຶນຮ່ວມດັ່ງກ່າວ ພວມຢູ່ໃນຂັ້ນຕອນການນໍາສະເໜີ ແລະ ຄາດວ່າລັດຖະບານຈະຮັບຮອງເອົາໃນໄວໆນີ້.

- 5 - ຮ່າງດຳລັດວ່າດ້ວຍການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ຈະຖືກຮັບຮອງເອົາໄວໆນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!