ທົ່ວແຂວງວຽງຈັນອອກໃບຕາດິນສຳເລັດແລ້ວ 1 ແສນກວ່າຕອນ
ຫົວໜ້າພະແນກຊັບພະ ຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ວຽງ ຈັນ ແຈ້ງຕໍ່ກອງປະຊຸມສະ ພາປະຊາຊົນແຂວງ ເຊິ່ງ ພວມດຳເນີນຢູ່ໃນປັດຈຸບັນນີ້ວ່າ : ແຂວງວຽງຈັນ ປະ ກອບມີ 11 ຕົວເມືອງ ລວມ ມີ 58 ກຸ່ມບ້ານ ແລະ ມີ 433 ບ້ານ, ຜ່ານການສຳຫຼວດ- ວັດແທກເກັບກຳຂໍ້ມູນການ ນໍາໃຊ້ເນື້ອທີ່ດິນຂອງແຂວງ ໃນໄລຍະຜ່ານມາເພື່ອວາງ ແຜນການກຳນົດຈັດສັນທີ່ ດິນມະຫາພາກຂັ້ນແຂວງ ຕາມການກຳນົດ 8 ປະເພດ ການນໍາໃຊ້ຄື : ດິນບໍລິເວນ ນໍ້າ, ດິນປ່າໄມ້, ດິນ ປກສ – ປກຊ, ດິນກະສິກໍາ, ດິນປຸກ ສ້າງ, ດິນອຸດສະຫະກໍາ, ດິນ ວັດທະນະທໍາ ແລະ ດິນຄົມ ມະນາຄົມ ມີເນື້ອທີ່ທັງໝົດ 1.2 ລ້ານກວ່າ ເຮັກຕາ ໃນ ນີ້ແມ່ນດິນປ່າໄມ້ມີຫລາຍ ກວ່າ 891 ເຮັກຕາ ເຊິ່ງ ຫລາຍກວ່າປະເພດດິນ ອື່ນໆ ເລີ່ມມາແຕ່ປີ 2000 ຮອດປັດຈຸບັນ ທົ່ວແຂວງ ວຽງຈັນສາມາດອອກ ໃບຕາດິນສຳເລັດແລ້ວ 1 ແສນກວ່າ ຕອນລວມມີ ເນື້ອທີ່ 59 ລ້ານກວ່າຕາ ແມັດ; ໃນນີ້ ສະເພາະປີ 2018 ຄາດ ວ່າຈະປະຕິ ບັດໃຫ້ໄດ້ 8.000 ຕອນ ແລະ ມາຮອດປັດຈຸບັນ ສາມາດປະຕິບັດໄດ້ແລ້ວ 2.156 ຕອນເທົ່າກັບ 26,95% ໃນນັ້ນມີດິນ ປຸກສ້າງ1.848 ຕອນ ແລະ ດິນກະສິກໍາ 308 ຕອນ./.
+ ການຄຸ້ມຄອງທີ່ດິນໃນລາວຍັງບໍ່ລວມສູນມີການຈັບຈ່ອງແບບຊະຊາຍ
+ ລາວຫາລືແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ