ເບີນລີ້ ໄດ້ ໂຈຮ໊າດ ຈາກ ແມນຊິຕີ້ ເສີມທັບ 3,5 ລ້ານປອນ
August 8, 2018 - 3:38 PM
ເບີນລີ້ ບໍ່ລັງເລ ຍື່ນ 3 ລ້ານ 5 ແສນປອນ ໃຫ້ ແມນເຊັສເຕີ ຊິຕີ້ ຄວ້າ ໂຈຮ໊າດ ຜູ້ຮັກສາປະຕູຊາວອັງກິດ ໄວ 31 ປີ ເສີມທັບ ເຊັນສັນຍາຮ່ວມກັນ 2 ປີ. ໂຈຮ໊າດ ເຄີຍລົງສະໜາມຮັບໃຊ້ທີມອັງກິດ 75 ນັດ, ຊ່ວຍແມນຊິຕີ້ເກືອບ 350 ນັດ ໄດ້ແຊ້ມພຣິເມຍລີກກັບທີມ 2 ສະໄຫມ, ລີກຄັບ 2 ສະໄຫມ ແລະ ເອັຟເອຄັບ 1 ສະໄຫມ ແລະ ໄດ້ຮັບລາງວັນຜູ້ຮັກສາປະຕູດີເດັ່ນຂອງພຣີເມຍລີກ 4 ສະໄຫມຊ້ອນ 2010-2014.
ໂຈຮ໊າດ ກາຍເປັນນັກເຕະຄົນທີ 12 ທີ່ ເບີນລີ້ ຄວ້າມາເສີມທັບ. ກ່ອນຫນ້ານີ້ໄດ້ ເບັນກິບສັນ (Ben Gibson) ກອງຫລັງຊາວອັງກິດຈາກ ມິດເດິນສະໂບຣ (Middlesbrough) ມູນຄ່າ 15 ລ້ານປອນ ແພງສຸດຂອງສະໂມສອນ.