ປ໊ອກບາ ເປີດໃຈຢາກລາ ແມນຢູໄນເຕັດ
ເດລີ ເມລ ສື່ດັງໃນປະເທດອັງກິດ ລາຍງານວ່າ: ປໍ ປ໊ອກບາ ມິດຟິລຄົນເກັ່ງຂອງ ແມນເຊັສເຕີ ຢູໄນເຕັດ ຍັກໃຫຍ່ແຫ່ງພຣີເມຍລີກ ອັງກິດ ໄດ້ບອກກັບບັນດາເພື່ອນຮ່ວມທີມແລ້ວວ່າ ລາວຕ້ອງການຍ້າຍອອກຈາກຖິ່ນ ໂອລ ແທຟຟອດ ລວມທັງໄດ້ແຈ້ງການຕັດສິນໃຈດັ່ງກ່າວໃຫ້ ເອັດ ວູດເວິດ ຮອງປະທານສະໂມສອນ ແມນເຊັສເຕີ ຢູໄນເຕັດ ຮູ້ແລ້ວ.
ກ່ອນໜ້ານີ້ ມີຂ່າວວ່າ: ບາເຊໂລນາ ມະຫາອຳນາດບານເຕະແຫ່ງ ລາລີກາ ສະເປນ ສົນໃຈດຶງດາວເຕະທີມຊາດຝຣັ່ງໄປຮ່ວມທີມ ໂດຍໄດ້ຍື່ນຂໍ້ສະເໜີເປັນເງິນ 45 ລ້ານປອນ ພ້ອມແຖມ ເຍີຣີ ມິນາ ແລະ ອັງເດຣ ໂກເມສ 2 ນັກເຕະຂອງທີມໃຫ້ ແມນເຊັສເຕີ ຢູໄນເຕັດ ພິຈາລະນາ, ແຕ່ຂໍ້ສະເໜີດັ່ງກ່າວຖືກປະຕິເສດໄປແລ້ວ. ເຖິງຢ່າງໃດກໍຕາມ, ມີລາຍງານວ່າ: ປ໊ອກບາ ໄດ້ບອກກັບເພື່ອນຮ່ວມທີມ ລວມທັງ ວູດເວິດ ແລ້ວວ່າລາວຕ້ອງການຍ້າຍທີມ ທ່າມກາງຂ່າວລືທີ່ວ່າ: ລາວຕົກລົງສັນຍາສ່ວນຕົວກັບ ບາເຊໂລນາ ໄດ້ຮຽບຮ້ອຍແລ້ວ ໂດຍຈະເຊັນສັນຍາ 5 ປີ ພ້ອມຮັບຄ່າເມື່ອຍອາທິດລະ 350.000 ປອນ.