ອາເມລິກາກຽມເກັບພາສີ 25% ຈາກສິນຄ້າຈີນ ອີກ 16.000 ລ້ານໂດລາສະຫະລັດ


ນັບແຕ່ວັນທີ 23 ສິງຫານີ້ເປັນຕົ້ນໄປ ສິນຄ້າຂອງຈີນອີກ 16.000 ລ້ານໂດລາສະຫະລັດ ຈະຕ້ອງພົບກັບກຳແພງພາສີ 25% ຕາມມາດຕະການຂອງລັດຖະບານວໍຊິງຕັນ.


ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານຄະນະຜູ້ແທນການຄ້າຂອງອາເມລິກາ (USTR) ອອກຖະແຫລງການໃນວັນທີ 7 ສິງຫາວ່າ: ກຳແພງພາສີໃນອັດຕາ 25% ສຳລັບມູນຄ່າການນຳເຂົ້າສິນຄ້າຂອງຈີນ 16.000 ລ້ານໂດລາສະຫະລັດ ຈະມີຜົນຢ່າງເປັນທາງການນັບແຕ່ວັນທີ 23 ສິງຫານີ້ເປັນຕົ້ນໄປ ໂດຍສິນຄ້າ 279 ລາຍການຈະໄດ້ຮັບຜົນກະທົບ.
ການເພີ່ມພາສີນຳເຂົ້າດັ່ງກ່າວເປັນສ່ວນສຸດທ້າຍຂອງກຳແພງພາສີ 25% ສຳລັບປະລິມານການນຳເຂົ້າສິນຄ້າຂອງຈີນ 50.000 ລ້ານໂດລາສະຫະລັດ ທີ່ລັດຖະບານວໍຊິງຕັນປະກາດໄປກ່ອນໜ້ານີ້ ແລະ ສິນຄ້າກຸ່ມທຳອິດ 34.000 ລ້ານໂດລາສະຫະລັດ ຜະເຊີນກັບກຳແພງພາສີນັບແຕ່ວັນທີ 6 ກໍລະກົດຜ່ານມາ ເຊິ່ງແນ່ນອນວ່າ ລັດຖະບານປັກກິ່ງໃຊ້ມາດຕະການຕອບໂຕ້ ໂດຍການຕັ້ງກຳແພງພາສີຕໍ່ສິນຄ້າຂອງອາເມລິກາທີ່ເທົ່າກັນ ໂດຍສິນຄ້າສົ່ງອອກຈາກອາເມລິກາມາຈີນສ່ວນຫລາຍເປັນສິນຄ້າກະສິກຳ ລວມທັງຖົ່ວເຫລືອງທີ່ຈີນເປັນປະເທດຜູ້ຮັບຊື້ລາຍໃຫຍ່ທີ່ສຸດຈາກອາເມລິກາ.
USTR Finalizes Second Tranche of Tariffs on Chinese Products in Response to China’s Unfair Trade Practices https://t.co/0ZigS2Ojez pic.twitter.com/1VPWWMYd4P
— USTR (@USTradeRep45) August 7, 2018
ເຖິງຢ່າງໃດກໍຕາມ, ການທີ່ອາເມລິການຳເຂົ້າສິນຄ້າຈາກຈີນຫລາຍກວ່າທີ່ຈີນນຳເຂົ້າສິນຄ້າຈາກອາເມລິກາ ອາດເຮັດໃຫ້ລັດຖະບານປັກກິ່ງຕ້ອງປ່ຽນແປງວິທີການຕອບໂຕ້ໃນອະນາຄົດເຊັ່ນກັນ, ແຕ່ໃນເວລາດຽວກັນ ລັດຖະບານວໍຊິງຕັນຕັ້ງກອງທຶນສຸກເສີນມູນຄ່າ 12.000 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫລືອກະສິກອນໃນປະເທດ ເຊິ່ງໄດ້ຮັບຜົນກະທົບຈາກກຳແພງພາສີຂອງຈີນ.