ແຜ່ນດິນໄຫວລອມບອກສົ່ງຜົນໃຫ້ ຊາວອິນໂດເນເຊຍ 7 ໝື່ນຄົນບໍ່ມີເຮືອນຢູ່

- 000 1875S2 700x467 - ແຜ່ນດິນໄຫວລອມບອກສົ່ງຜົນໃຫ້ ຊາວອິນໂດເນເຊຍ 7 ໝື່ນຄົນບໍ່ມີເຮືອນຢູ່
- kitchen vibe - ແຜ່ນດິນໄຫວລອມບອກສົ່ງຜົນໃຫ້ ຊາວອິນໂດເນເຊຍ 7 ໝື່ນຄົນບໍ່ມີເຮືອນຢູ່

​ເຈົ້າໜ້າ​ທີ່​ອິນ​ໂດ​ເນ​ເຊຍກ່າວ​ວ່າ: ປະຊາຊົນ​ຫລາຍ​ກວ່າ 70.000 ຄົນ​ບໍ່​ມີ​ບ່ອນຢູ່​ອາ​ໄສ​ຈາກ​ແຜ່ນດິນ​ໄຫວ​ຮຸນ​ແຮງ​ທີ່​ເກາະ​ລອມ​ບອກ ​ໃນ​ວັນ​ທີ 5 ສິງຫາ, ພວກ​ເຂົາ​ຕ້ອງ​ອາ​ໄສ​ນອນ​ຢູ່​ໃນ​ສູນ​ພັກ​ເຊົາ​ຊົ່ວຄາວ, ຂາດ​ເຂີນ​ອາຫານ, ຢາ​ປົວ​ພະຍາດ ​ແລະ ນ້ຳສະອາດ.

​ແຜ່ນດິນ​ໄຫວ​ລະດັບ​ຕື້ນຂະໜາດ 6,9 ຣິກ​ເຕີ ທີ່​ເກາະ​ລອມ​ບອກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 105 ຄົນ, ຜູ້​ຢູ່​ອາ​ໄສ ​ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ຕື່ນ​ຕົກ​ໃຈ ຫລັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​ທີ່​ເກາະ​ທ່ອງ​ທ່ຽວ​ມີ​ຜູ້​ເສຍ​ຊີວິດ 17 ຄົນ​ໃນ​ອາທິດ​ກ່ອນ​ນັ້ນ, ​ແຜ່ນດິນ​ໄຫວ​ຫລ້າ​ສຸດ​ຍັງ​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບ​ສາຫັດ​ປະມານ 236 ຄົນ, ​ເຮືອນ​ຫລາຍ​ໝື່ນ​ຫລັງ​ພັງ​ເສຍ​ຫາຍ, ​ເຈົ້າໜ້າ​ທີ່​ຕ້ອງ​ຮ້ອງ​ຂໍ​ກຳລັງ​ເຈົ້າໜ້າ​ທີ່​ທາງ​ການ​ແພດ ​ແລະ ສິ່ງ​ຂອງ​ຈຳ​ເປັນ​ເພີ່ມ​ອີກ​ສຳລັບ​ຜູ້​ປະສົບ​ໄພ. ​ໂຄສົກ​ສຳນັກງານ​ບັນ​ເທົາ​ໄພພິບັດ​ແຫ່ງ​ຊາດ​ຖະ​ແຫລ​ງວ່າ: ຍອດຜູ້​ເສຍ​ຊີວິດ​ຈະ​ເພີ່ມ​ຂຶ້ນອີກ ຂະນະ​ທີ່​ໜ່ວຍ​ກູ້​ໄພ​ໃຊ້​ອຸປະກອນ​ໜັກ​ເຂົ້າຮື້ຖອນ​ອາຄານ​ບ້ານ​ເຮືອນ, ​ໂຮງຮຽນ ​ແລະ ມັສຢິດ, ສ່ວນ​ຄວາມ​ຫວັງ​ພົບ​ຜູ້​ລອດ​ຊີວິດ​ເລືອນ​ລາງ​ລົງ​ແລ້ວ. ທ່ານ ມູຮຳ​ໝັດ ​ໄຊ​ນັລ ມັດ​ດີ ​​ເຈົ້າ​ແຂວງ​ນູຊາ​ເຕັງ​ກາຣາຕາ​ເວັນ​ຕົກ ກ່າວ​ວ່າ: ປັດຈຸບັນ​ມີ​ຄວາມ​ຕ້ອງການ​ເຈົ້າໜ້າ​ທີ່​ທາງ​ການ​ແພດ, ອາຫານ ​ແລະ ຢາ​ປົວ​ພະຍາດ​ໃນ​ພື້ນທີ່​ປະສົບ​ໄພ​ຮຸນ​ແຮງ​ທີ່​ສຸດ.

- 5 - ແຜ່ນດິນໄຫວລອມບອກສົ່ງຜົນໃຫ້ ຊາວອິນໂດເນເຊຍ 7 ໝື່ນຄົນບໍ່ມີເຮືອນຢູ່
- 4 - ແຜ່ນດິນໄຫວລອມບອກສົ່ງຜົນໃຫ້ ຊາວອິນໂດເນເຊຍ 7 ໝື່ນຄົນບໍ່ມີເຮືອນຢູ່
- 3 - ແຜ່ນດິນໄຫວລອມບອກສົ່ງຜົນໃຫ້ ຊາວອິນໂດເນເຊຍ 7 ໝື່ນຄົນບໍ່ມີເຮືອນຢູ່